Unitel News
Trang chủPolitics, Societyລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລັດຖະມົນຕີ

ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລັດຖະມົນຕີ

-

ໃນວັນທີ 20 ມັງກອນ 2025 ນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ໄດ້ເຂົ້າອວຍພອນ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະທານຜູ້ປະຈຳການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 76 ປີ.

ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ກໍຄື ນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ກ່າວຄຳອວຍພອນໄຊອັນປະເສີດມາຍັງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຈົ່ງມີພະລານະໄມສົມບູນ, ມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວຂອງສະຫາຍ ແລະ ສືບຕໍ່ໃຫ້ການນຳພາ-ຊີ້ນຳກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ທີ່ໄດ້ມາອວຍພອນໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກງານອັນມີກຽດ, ສືບຕໍ່ນຳພາ-ຊີ້ນຳ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

ແຫຼ່ງຂ່າວ: ປະເທດລາວ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới