Unitel News
Trang chủThời sựສໍາມະນາວິທະຍາສາດ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ”

ສໍາມະນາວິທະຍາສາດ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ”

-

ການສໍາມະນາວິທະຍາສາດ ສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນ ປະຕິ ວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້ “70 ປີ ພາຍໃຕ້ການນໍາພາຂອງພັກທີ່ມີກຽດສະຫງ່າ” ຢູ່ 6 ແຂວງພາກເໜືອ ປະກອບມີ: ແຂວງຜົ້ງສາລີ, ບໍ່ແກ້ວ, ຫລວງນໍ້າທາ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງຫລວງພະບາງ ຈັດຂຶ້ນໃນວັນທີ 4 ມີນາ 2025 ຢູ່ແຂວງອຸດົມໄຊ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ.

ການຈັດສໍາມະນາວິທະຍາສາດ ຄັ້ງນີ້ເປັນໜຶ່ງໃນກິດຈະກຳສໍາຄັນ ເພື່ອສະເຫລີມສະຫລອງວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບ ຮອບ 50 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພ້ອມທັງເປັນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ກຽມເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.

ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຫລາຍຫົວຂໍ້ສໍາຄັນຄື: ການກໍາເນີດຂອງພັກປະຊາຊົນປະຕິວັດລາວ ເປັນບາດລ້ຽວປະຫວັດສາດ ຕົດສິນໄຊະນະຂອງການປະຕິ ວັດ, ພັກປະຊາຊົນປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດຢ່າງສົມບູນ, ພັກກໍ່ ສ້າງ ແລະ ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະຂອງການປະຕິວັດ ໃນແຕ່ລະໄລຍະ, ພັກນໍາພາກໍ່ສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ພັກນໍາພາພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນິຍົມ, ພັກນໍາພາພັດທະ ນາວັດທະນະທໍາ-ສັງຄົມ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ, ພັກນໍາພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ, ພັກນໍາພາກຳລັງປ້ອງກັນຄວາມສະຫງົບເຂັ້ມແຂງ ມີແບບແຜນທັນສະໄໝ ແລະ ພັກນໍາພາເປີດກວ້າງການຮ່ວມມືກັບຕ່າງປະເທດ.

ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ນໍາສະເໜີກ່ຽວກັບການກໍາເນີດຂອງພັກປະຊາຊົນປະຕິວັດລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊະນະຂອງການປະຕິວັດ ຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ທີ່ໃຫຍ່ຫລວງກວ່າເກົ່າ, ສາມາດນໍາພາປະຊາຊົນຂັບໄລ່ຈັກກະພັດຜູ້ຮຸກຮານ, ໂຄ່ນລົ້ມອໍານາດການປົກ ຄອງແບບຂຸນເສິກ-ສັກດີນາ, ປົດປ່ອຍປະເທດຊາດຢ່າງສົມບູນສະຖາປະນາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວຂຶ້ນ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ, ກາຍເປັນພັກກໍາອໍານາດ ແລະ ນໍາພາປະຊາຊົນກ້າວສູ່ໄລຍະໃໝ່ ຂອງການປະຕິວັດແຫ່ງການປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ດໍາເນີນພາລະກິດປ່ຽນແປງໃໝ່ ປະສົບຜົນສໍາເລັດເປັນກ້າວໆມາ, ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນ ສູ່ຈຸດໝາຍສັງຄົມນິຍົມ.

ນັບແຕ່ປີ 1975 ເປັນຕົ້ນມາ, ພັກເຮົາໄດ້ກາຍເປັນພັກກໍາອໍານາດ ແລະ ສ້າງຕັ້ງອໍານາດການປົກຄອງໃໝ່ຂຶ້ນ, ພັກເຮົາໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນຄ່ອຍໆກ້າວເຂົ້າສູ່ສະ ພາບປົກກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ ມີຜົນສໍາເລັດເປັນກ້າວໆ; ສືບຕໍ່ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 1 (1981-1985) ສໍາເລັດໂດຍພື້ນຖານ ອັນໄດ້ປະກອບສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບຕໍ່ກ້າວຂຶ້ນ ຂອງປະເທດຊາດ. ໃນໄລຍະຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ແລະ ໄດ້ວາງໜ້າທີ່ ແລະ ທິດນໍາຂອງການກໍ່ສ້າງພັກໃນໄລຍະໃໝ່ອອກ, ໂດຍເລີ່ມຈາກສະພາບຄວາມເປັນຈິງຂອງປະເທດຊາດ ແລະ ດ້ວຍຄວາມສະດຸ້ງໄວຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (ປີ 1986) ກໍານົດແນວທາງ “ປ່ຽນແປງໃໝ່ຮອບ ດ້ານມີຫລັກການ”. ພັກຢືນຢັນວ່າ ປ່ຽນແປງໃໝ່ “ຕ້ອງບົນພື້ນຖານການປ່ຽນແປງໃໝ່ຈິນຕະນາການ, ກ່ອນອື່ນໝົດ ແມ່ນຈິນຕະ ນາການທາງດ້ານທິດສະດີ, ເຄົາລົບກົດເກນພາວະວິໄສ, ສ້າງທັດສະນະວິທະຍາສາດກ່ຽວກັບສັງຄົມນິຍົມ, ກ່ຽວກັບລະບອບການນໍາໃຊ້ກົດເກນ ແລະ ກ່ຽວກັບລະບອບການຄຸ້ມຄອງເສດຖະກິດ”; ກອງປະຊຸມຄັ້ງທີ V, VI, VII, VIII, IX, X ແລະ ຄັ້ງທີ XI ຂອງພັກ ໄດ້ສືບຕໍ່ນໍາພາຈັດຕັ້ງ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ ດ້ວຍການກວດກາ, ສະຫລຸບຕີລາຄາ, ຖອດບົດຮຽນຈາກພຶດຕິກໍາຕົວຈິງໃນແຕ່ລະໄລຍະຢ່າງເປັນລະບົບ, ຕໍ່ເນື່ອງທັງປັບປຸງຍົກລະດັບເປັນກ້າວໆ ເຮັດໃຫ້ແນວທາງປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ ນັບມື້ນັບບໍລິບູນຂຶ້ນເລື້ອຍໆ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới