ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດງານສຳມະນາສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ ພາຍໃຕ້ຫົວຂໍ້ “ການສ້າງຄວາມງາມຈາກພາຍໃນສູ່ພາຍນອກ” ໃນວັນທີ 5 ມີນາ 2025 ທີ່ກະຊວງ ອຄ. ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງ ອຄ ທັງເປັນຜູ້ຊີ້ນໍາວຽກງານ 3 ອົງການຈັດຕັ້ງມະຫາຊົນ.
ຈຸດປະສົງ ເພື່ອທົບທວນຄືນປະຫວັດສາຄວາມເປັນມາຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ (8 ມີນາ 1910-8 ມີນາ 2025), ເພື່ອສ້າງແຮງບັນ ດາໃຈໃຫ້ແກ່ເອື້ອຍນ້ອງສະຫະພັນແມ່ຍິງກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຮັບມືກັບການປະຕິບັດໜ້າທີ່ການເມືອງ ແລະ ຈັດກິດຈະກໍາງານວາງສະແດງ, ຂາຍສິນຄ້າ: ຫັດຖະກໍາແຜ່ນແພ, ກິສິກໍາ, ອາຫານ ແລະ ເຄື່ອງດື່ມ ຊຶ່ງເປັນຜະລິດຕະພັນຈາກເອື້ອຍນ້ອງແມ່ຍິງບັນດາໜ່ວຍອ້ອມຂ້າງກະຊວງອຸດສາຫະກໍາ ແລະ ການຄ້າ.
ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ເອົາໃຈໃສ່ພັດທະນາວຽກງານແມ່ຍິງໃນຂົງ ເຂດ ກະຊວງ ອຄ, ສູ້ຊົນ ແລະ ເຮັດສຳເລັດໜ້າທີການເມືອງ ທີ່ພັກ, ລັດຖະບານ ແລະ ປະຊາຊົນ ໄດ້ມອບໝາຍໃຫ້ ຊຶ່ງຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສຸມຄວາມພະຍາມໃນການຜັນຂະຫຍາຍແຜນພັດ ທະນາແມ່ຍິງແຫ່ງຊາດ ສອດຫ້ອຍເຂົ້າໃນວຽກຂອງຂະແໜງອຸດສາຫະກຳ ແລະ ການຄ້າ ເພື່ອສົ່ງເສີມ ແລະ ພັດທະນາແມ່ຍິງໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມອາດສາມາດໃນການປະກອບສ່ວນວຽກງານຂອງຂະແໜງການຕົນ ເປັນຕົ້ນ: ການສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສົ່ງເສີມຫັດ ຖະກຳ, ອຸດສາຫະກຳປຸງແຕ່ງ, ວຽກຊັບສິນທາງປັນຍາ ແລະ ອື່ນໆ.
ຂ່າວ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ, ກະຊວງ ອຄ.