Unitel News
Trang chủPolitics, Societyສ.​ເກົາຫຼີ (KOICA) ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ 13 ລ້ານ​ໂດ​ລາ ເພື່ອຍົກລະດັບ ແລະ ປັບປຸງເສັ້ນທາງຫຼວງຢູ່ ສປປ ລາວ

ສ.​ເກົາຫຼີ (KOICA) ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ 13 ລ້ານ​ໂດ​ລາ ເພື່ອຍົກລະດັບ ແລະ ປັບປຸງເສັ້ນທາງຫຼວງຢູ່ ສປປ ລາວ

-

ອົງການ​ຮ່ວມ​ມື​ສາກົນ ສ.​ເກົາຫຼີ (KOICA) ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ລ້າ 13 ລ້ານ​ໂດ​ລາ​ສະຫະລັດ ​ເພື່ອ​ກໍ່ສ້າງ​ຂົວ ​ແລະ ປັບປຸງ​ຄວາມ​ປອດ​ໄພ​ທາງ​ຫຼວງ ຢູ່ ສປປ ລາວ ໂດຍຈະຍົກ​ລະ​ດັບ 6 ຂົວ ແລະ ຄວາມ​ປອດ​ໄພ​ທາງ​ຫຼວງ​ ເທິງ​ເສັ້ນ​ທາງ​ແຫ່ງ​ຊາດ​ເລກ 8 ສ່ວນຈາກແຂວງບໍລິຄໍາໄຊ ຫາແຂວງຄໍາມ່ວນ, ຊຶ່ງເປັນເສັ້ນທາງສໍາຄັນ ເຊື່ອມຕໍ່ລາວ ໃສ່ໄທ ແລະ ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ Jung Yung Soo ​ໄດ້​ສະ​ແດງ​ຄວາມ​ຄາດ​ຫວັງ​ຢ່າງ​ຈິງ​ໃຈ​ຕໍ່​ການ​ຜັນ​ຂະຫຍາຍ​ໂຄງການ​ດັ່ງກ່າວ​ໃຫ້​ສຳ​ເລັດ​ຜົນ, ​ໂດຍ​ພື້ນຖານ​ໃນ​ການ​ພົວພັນ​ຮ່ວມ​ມື​ອັນ​ແໜ້ນ​ແຟ້ນລະຫວ່າງ ສ. ເກົາຫຼີ ​ແລະ ສປປ ລາວ ໂດຍໃນປີ 2025 ຈະ​ແມ່ນ​ປີ​ຄົບຮອບ 30 ປີ​ແຫ່ງ​ການ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສ.​ເກົາຫຼີ-ລາວ​ ທັງຍັງຈະມີ ການຍົກ​ລະດັບ​ການ​ພົວພັນ​ເປັນ “ຄູ່​ຮ່ວມ​ມື​ຮອບດ້ານ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງດັ່ງກ່າວ.

ໂຄງການປະກອບມີ 6 ພາກສ່ວນຄື: ທີ່ປຶກສາດ້ານການອອກແບບ ແລະ ກໍ່ສ້າງ; ກໍ່ສ້າງຂົວ 6 ແຫ່ງ (ລວມທັງປັບປຸງ 2 ແຫ່ງ); ການຕິດຕັ້ງອຸປະກອນຄວາມປອດໄພທາງຖະໜົນ; ຍົກສູງສະຕິຄວາມປອດໄພທາງຫຼວງ; ການສະຫນອງອຸປະກອນສໍາລັບການຈັດຕັ້ງປະຕິບັດ; ການ​ສ້າງ​ຄວາມ​ອາດ​ສາ​ມາດ​ໂດຍ​ຜ່ານ​ໂຄງ​ການ​ການ​ຝຶກ​ອົບ​ຮົມ​.

​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ເລກ 8 ທີ່​ຜ່ານ​ບໍລິ​ຄຳ​ໄຊ ​ແລະແຂວງ​ຄຳ​ມ່ວນ ​ເປັນ​ເສັ້ນທາງ​ສາກົນ​ທີ່​ສຳຄັນ​ເຊື່ອມ​ຕໍ່​ລາວ, ​ໄທ ​ແລະ ຫວຽດນາມ. ເສັ້ນທາງດັ່ງກ່າວໄດ້ຖືກສ້າງຂຶ້ນໃນປີ 1980 ແລະ ຂົວຫຼາຍແຫ່ງຕາມເສັ້ນທາງດັ່ງກ່າວໄດ້ຕົກຢູ່ໃນສະພາບທີ່ຊຸດໂຊມລົງ ແລະ ບໍ່ໄດ້ມາດຕະຖານທີ່ກຳນົດໄວ້. ເຊິ່ງຈໍາເປັນຕ້ອງຍົກລະດັບທັງຂົວແລະໂຄງສ້າງທາງຖະຫນົນເພື່ອໃຫ້ໄດ້ມາດຕະຖານທີ່ດີຂຶ້ນ.

ທີ່ມາ: Vientiane Times

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới