Unitel News
Trang chủPolitics, Societyແຈ້ງການເລື່ອງ: ປິດເສັ້ນທາງການສັນຈອນຂອງພາຫະນະ ຊົ່ວຄາວ

ແຈ້ງການເລື່ອງ: ປິດເສັ້ນທາງການສັນຈອນຂອງພາຫະນະ ຊົ່ວຄາວ

-

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການກ່ຽວກັບ ການປິດເສັ້ນທາງຊົ່ວຄາວ

ເພື່ອເປັນການອໍານວຍຄວາມສະດວກໃຫ້ກັບການ ສັນຈອນ ແລະ ການຈັດງານສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ ປີ 2024 ແລະ ຕ້ອນຮັບປີໃຫມ່ສາກົນ ປີ 2025 ຢູ່ ສວນປະຕູໄຊ ໃຫ້ມີຄວາມສະດວກໂລ່ງລ່ຽນ ແລະ ມີຄວາມປອດໄພ. ຈະໄດ້ປິດເສັ້ນທາງການສັນຈອນຊົ່ວຄາວ ໃນ ລະຫ່ວາງ ວັນທີ 29 – 31 ທັນວາ 2024 ເລີ່ມແຕ່ເວລາ 17:30 ໂມງ ເປັນຕົ້ນໄປ ຕາມເສັ້ນທາງດັ່ງນີ້:

1. ຖະຫນົນ ໄກສອນ ພົມວິຫານ ເລີ່ມແຕ່ ໄຟອໍານາດໂພນສະອາດ ຫາ ສວນປະຕູໄຊ;

2. ຖະຫນົນ 23 ສິງຫາ ເລີ່ມແຕ່ ສີ່ແຍກໄຟອໍານາດຫນອງບອນ ຫາ ສວນປະຕູໄຊ;

  1. ຖະຫນົນ ລ້ານຊ້າງ ເລີ່ມແຕ່ ສີ່ແຍກໄຟອໍານາດຕະຫຼາດເຊົ້າ ຫາ ສວນປະຕູໄຊ ພ້ອມທັງຫ້າມຈອດພາຫະນະທຸກ ຊະນິດຕາມແຄມທາງສອງເບື້ອງ;
  2. ຖະຫນົນ P3 ເລີ່ມແຕ່ ສີ່ແຍກໄຟອໍານາດສີບຸນເຮືອງ ຫາ ສວນປະຕູໄຊ;
  3. ເສັ້ນທາງ ອ້ອມຮອບສໍານັກງານ ນາຍົກລັດຖະມົນຕີ;
  4. ເສັ້ນທາງ ອ້ອມຮອບດ້ານຫຼັງ ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ;
  5. ເສັ້ນທາງຮ່ອມວົງໃນ ທີ່ເຊື່ອມຈອດກັບ ສວນປະຕູໄຊ.

ບ່ອນຈອດລົດ ແມ່ນໃຫ້ຈອດຊົ່ວຄາວ ຕາມສະຖານທີ່ທາງຄະນະກໍາມະການຈັດສັນຈະໄດ້ແນະນໍາ ແລະ ກໍາ ນົດໃຫ້ຈອດ, ສໍາລັບລົດທີ່ບໍ່ມີຈຸດປະສົງເຂົ້າມາໃນງານດັ່ງກ່າວ ແມ່ນໃຫ້ຫຼີກລ້ຽງໄປນໍາໃຊ້ເສັ້ນທາງອື່ນແທນ ເຊີ່ງ ຈະມີເຈົ້າຫນ້າທີ່ຊ່ວຍແນະນໍາອໍານວຍຄວາມສະດວກໃນການເດີນທາງຕື່ມ, ໃຫ້ຜູ້ຂັບຂີ່ ເອົາໃຈໃສ່ປະຕິບັດ ຕາມ ການແນະນໍາ ຂອງເຈົ້າຫນ້າທີ່ປະຈໍາຈຸດຕາມສາຍທາງຕ່າງໆ ຢ່າງເຂັ້ມງວດ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມ ເນື້ອໃນຂ້າງເທິງດ້ວຍ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới