Unitel News
Trang chủThời sựຮັບຮອງ 13 ບ້ານຂອງເມືອງໝື່ນ ເປັນບ້ານແບບຢ່າງປະຕິບັດກົດໝາຍ

ຮັບຮອງ 13 ບ້ານຂອງເມືອງໝື່ນ ເປັນບ້ານແບບຢ່າງປະຕິບັດກົດໝາຍ

-

ພິທີປະກາດຮັບຮອງ ເອົາບ້ານນໍ້າແພດ, ບ້ານເມືອງໝື່ນ, ນ້ຳເລົ້າ, ໂພນສີວິໄລ, ໂນນໄຮ, ນາບົວ, ນາປ່າໄຜ່, ນໍ້າເພີນ, ໂພນງາມ, ນາຕາດ, ນາຍາວ, ນ້ຳຮອນ ແລະ ບ້ານນໍ້າຮີ້ ເປັນບ້ານແບບຢ່າງປະຕິບັດກົດໝາຍ ໃນວັນທີ 5 ມີນາ 2025 ທີ່ ຫ້ອງວ່າການເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ຫລວງອາໄພ ເຈົ້າເມືອງໆໝື່ນ, ທ່ານ ຄໍາພັນ ຊະນະໄພ ຫົວໜ້າພະແນກຍຸຸຕິທຳ ແຂວງວຽງຈັນ ພ້ອມດ້ວຍຫ້ອງການ, ອົງການປົກຄອງບ້ານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ນາງ ຢໍວື່ ຫົວໜ້າໜ່ວຍງານກົດໝາຍ ໂຄສະນາເຜີຍແຜ່ກົດໝາຍ ແລະ ວຽກງານຍຸຕິທຳ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ຫ້ອງການຍຸຕິທຳເມືອງ ໄດ້ສົມທົບກັບອົງການປົກຄອງບ້ານ, ກຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາ ການສ້າງບ້ານແບບຢ່າງປະຕິບັດກົດໝາຍ ໂດຍ ຮອບທີ II ມີບ້ານນາຕາດ, ຮອບທີ III ບ້ານໂພນງາມ, ຮອບ IV ບ້ານນາຍາວ, ນາບົວ, ຮອບ V ບ້ານໂພນສີວິໄລ, ຮອບ VI ບ້ານນ້ຳເລົ້າ, ຮອບ VII ບ້ານນ້ຳແພດ, ບ້ານເມືອງໝື່ນ, ບ້ານນ້ຳເພີນ, ບ້ານໂນນໄຮ ແລະ ຮອບ VIII ບ້ານນ້ຳຮອນ ແລະ ບ້ານນໍ້າຮີ້ ເຫັນວ່າປະຊາຊົນບ້ານດັ່ງກ່າວແມ່ນໄດ້ຮັບການສຶກສາ ຮູ້ລະບຽບກົດໝາຍຕາມປື້ມຄູ່ມື ທີ່ກະຊວງຍຸຕິທຳວາງອອກ, ເອົາໃຈໃສ່ປະຕິບັດສິດ ແລະ ພັນທະຂອງພົນລະເມືອງຢ່າງຖືກຕ້ອງຄົບຖ້ວນ ຕາມກົດໝາຍ ປະຕິບັດໄດ້ 90%, ປະຊາຊົນມີຄວາມສາມັກຄີ ແລະ ເຂົ້າຮ່ວມໃນການພັດທະນາ ທຸກວຽກງານຂອງບ້ານ ໃຫ້ບ້ານມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ ປະຕິບັດໄດ້ 95%, ປະຊາຊົນບໍ່ມີການພົວພັນຄ້າຂາຍເຖື່ອນ, ຢາເສບຕິດຢ່າງຮ້າຍແຮງ, ບໍ່ມີການຂີ້ລັກ ແລະ ເປັນໂສເພນີ ທີ່ລະເມີດກົດໝາຍ ປະຕິບັດໄດ້ 85%, ປະຊາຊົນພາຍໃນບັນດາບ້ານກວມອັດຕາສ່ວນ 95% ຂອງຈໍານວນຄອບຄົວ ທີ່ມີຄວາມເປັນເຈົ້າການສະກັດກັ້ນ ບໍ່ໃຫ້ມີຂໍ້ຂັດແຍ່ງເກີດຂຶ້ນພາຍໃນບ້ານ, ເປັນເຈົ້າການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນ ດ້ວຍການປະນີປະນອມຢ່າງສັນຕິວິທີ ປະຕິບັດໄດ້ 95%, ອົງການປົກຄອງບ້ານ ໄດ້ປັບປຸງແບບແຜນວິທີເຮັດວຽກ ແລະ ຫັນການບໍລິຫານວຽກງານ ໄປຕາມລະບຽບກົດໝາຍເທື່ອລະກ້າວ, ຄະນະແກ້ໄຂ້ຂໍ້ຂັດແຍ່ງບ້ານ ກໍມີຄວາມເຂັ້ມແຂງ ສາມາດແກ້ໄຂບັນຫາຕ່າງໆໃຫ້ໝົດໄປ ປະຕິບັດໄດ້ 90%. ໃນ 1 ປີຜ່ານມາ, ປະຊາຊົນ ແມ່ນບໍ່ມີບຸກຄົນໃດ ຖືກດຳເນີນຄະດີຢ່າງຮ້າຍແຮງ ຕາມຂະບວນຍຸຕິທຳ ປະຕິບັດໄດ້ 100%.

ໂອກາດນີ້, ທ່ານ ສອນໄຊ ຫລວງອາໄພ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະພັກຮາກຖານບ້ານ ຈົ່ງສືບຕໍ່ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານຂອງຕົນ, ປັບປຸງກົງຈັກການຈັດຕັ້ງບ້ານ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານແນວຄິດ, ການຈັດຕັ້ງ, ແບບແຜນວິທີເຮັດວຽກໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີປອງດອງພາຍໃນບ້ານ, ສ້າງບ້ານໃຫ້ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới