ຜູ້ປະກອບການທຸລະກິດທີ່ຕິດພັນກັບການບໍລິການທ່ອງທ່ຽວຢູ່ເມືອງວັງວຽງ, ແຂວງວຽງຈັນ ເຂົ້າຮ່ວມຮັບຟັງການເຜີຍແຜ່, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະ ເມີນມາດຕະຖານຮ້ານອາຫານສະອາດ ແລະ ປອດໄພ ຢູ່ເມືອງວັງວຽງ, ແຂວງວຽງ ຈັນ ຈັດຂຶ້ນໃນວັນທີ 4 ມີນາ 2025 ທີ່ເມືອງວັງວຽງ ໂດຍການເປັນປະທານຮ່ວມຂອງທ່ານ ໄຊສົມບັດ ບຸນນະຜົນ, ວ່າການຫົວໜ້າກົມຄຸ້ມຄອງທຸລະກິດການທ່ອງ ທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແລະ ທ່ານ ແສງແກ້ວ ສູນທະວົງສາ, ຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ.
ຈຸດປະສົງເພື່ອເຜີຍແຜ່ຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບມາດຕະຖານຮ້ານອາຫານສະອາດ ແລະ ປອດໄພ ໃຫ້ຜູ້ປະກອບການຮ້ານອາຫານ ໃນເມືອງວັງວຽງ ທັງເປັນການພົບປະແລກປ່ຽນບົດຮຽນ, ປຶກສາຫາລື ເພື່ອປັບປຸງ ແລະ ຍົກລະດັບມາດຕະຖານຮ້ານອາຫານໃນເມືອງດັ່ງກ່າວໃຫ້ດີຂຶ້ນ.
ທ່ານ ໄຊສົມບັດ ບຸນນະຜົນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍຄວາມສຳຄັນ ຕໍ່ການພັດທະນາການ ທ່ອງທ່ຽວ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນໃນທ້ອງຖິ່ນ, ເພາະວັງວຽງ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງຄວາມໜັ້ນໃຈ ໃຫ້ກັບນັກທ່ອງທ່ຽວທີ່ມາຢ້ຽມຢາມເມືອງວັງວຽງ ບໍ່ພຽງແຕ່ຊົມຊື່ນກັບທຳມະຊາດທີ່ສວຍງາມເທົ່ານັ້ນ, ແຕ່ຍັງເພີດເພີນກັບອາຫານແຊບໆ ຈາກຮ້ານອາຫານຕ່າງໆໃນເມືອງຕື່ມອີກ.
ຂ່າວ: ເພັດຈິນດາ, ກົມສື່ມວນຊົນ, ກະຊວງ ຖວທ