Unitel News
Trang chủThời sựເມືອງວຽງທອງ ລະນຶກວັນແມ່ຍິງສາກົນ ຄົບຮອບ 115 ປີ

ເມືອງວຽງທອງ ລະນຶກວັນແມ່ຍິງສາກົນ ຄົບຮອບ 115 ປີ

-

ໃນວັນທີ 6 ມີນາ 2025 ເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ຈັດພິທີເລົ່າຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ຄົບຮອບ 115ປີ (8/3/1910 – 8/3/2025) ຂຶ້ນຢູ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງໂດຍເປັນກຽດເຂົ້າຮ່ວມເລົ່າຄືນວັນສຳຄັນດັ່ງກ່າວຂອງ ທ່ານ ວັນຄໍາ ເພັດໄຊຍະວົງ ກຳມະການປະຈໍາພັກເມືອງ ປະທານແນວລາວສ້າງຊາດ ເມືອງ, ມີປະທານສະຫະພັນແມ່ຍິງ, ເອື້ອຍນ້ອງແມ່ຍິງ, ພະນັກງານພາຍໃນທຸກຂົງເຂດອ້ອມຂ້າງເມືອງເຂົ້າຮ່ວມ.

ພິທີທ່ານ ວັນຄໍາ ເພັດໄຊຍະວົງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ເຊິ່ງເປັນເຫດການເມືອງທີ່ສຳຄັນເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ ທວງເອົາສິດຜົນປະໂຫຍດອັນຊອບທຳໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກເພື່ອເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກເທົ່າທຽມກັນ ແລະ ໄດ້ຮັບເງິນເດືອນເທົ່າກັນ, ມີສິດສະເໝີພາບລະຫວ່າງຍິງຊາຍທາງດ້ານການເມືອງ, ການພັດທະນາຄອບຄົວ, ຕ້ອງມີລະບົບປ້ອງກັນສຸຂະພາບແມ່ຍິງ ແລະ ເດັກນ້ອຍ. ທຸກໆປີພໍຮອດວັນທີ 8 ມີນາ ແມ່ຍິງທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງ ແລະ ພ້ອມກັນເລົ່າຄືນມູນເຊື້ອວັນສຳຄັນດັ່ງກ່າວເພື່ອໃຫ້ແມ່ຍິງລາວ ກໍາໄດ້ມູນເຊື້ອຂອງຕົນຢ່າງຈະແຈ້ງ ແລະ ເຂົ້າໃຈຕໍ່ວັນແມ່ຍິງສາກົນ ຕອນທ້າຍພິທີຍັງໄດ້ຜ່ານມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ແລະ ບົດໂອ້ລົມຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ​ຮອງປະທານປະເທດຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ທີ່ແຂວງ ຈຳປາສັກຕື່ມອີກ.

ພາບ-ຂ່າວ: ທອງວັນດີ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới