Unitel News
Trang chủPolitics, Societyສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

-

ໃນໂອກາດດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024, ທ່ານ ຂັນທີ ສີວິໄລ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ປະຈໍາເຂດເລືອກຕັ້ງເມືອງປາກງື່ມ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງຂອງນະຄອນຫລວງວຽງຈັນ ແກ້ໄຂບັນຫາລາຄາມັນຕົ້ນຕົກຕໍ່າທີ່ຕົກຕໍ່າ.

ເນື່ອງຈາກ ປັດຈຸບັນຢູ່ນະຄອນຫລວງວຽງຈັນ ມີສວນມັນຕົ້ນຫລາຍພັນເຮັກ ຕາ, ເມື່ອຮອດລະດູເກັບກ່ຽວແລ້ວບໍ່ສາມາດເກັບກ່ຽວໄດ້ຍ້ອນລາຄາຕໍ່າເກີນໄປ 1,300ກີບ/ກິໂລ ຫລື ປະມານ 1,300,000 ກີບ ຫລື ສູງສຸດບໍ່ເກີນ 1,500,000 ກີບ. ເມື່ອມາຄິດໄລ່ໃສ່ຄ່າບຸກເບີກ, ຄ່າບົວລະບັດຮັກສາ ແລະ ຄ່າຂົນສົ່ງໄປໂຮງງານແລ້ວແມ່ນບໍ່ຄຸ້ມຄ່າເຮັດໃຫ້ບໍ່ສາມາດເກັບກູ້ຂາຍໄດ້ ເຖີງວ່າທາງໂຮງງານເປີດຮັບຊື້ຢູ່ກໍຕາມ ຍ້ອນບັນຫາລາຄາຕົກຕໍ່າຫລາຍ. ສະນັ້ນ ພາກສ່ວນກ່ຽວຂ້ອງຄວນມີມາດຕະການແກ້ໄຂ ຫລື ສົ່ງເສີມດ້ານລາຄາທີ່ເໝາະສົມຊ່ວຍປະຊາຊົນເພື່ອໃຫ້ເຂົາເຈົ້າມີລາຍຮັບ.

ຂ່າວ: ໜັງສືພິມວຽງຈັນໃໝ່

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới