Unitel News
Trang chủThời sựນັກສຶກສາລາວ 32 ຄົນ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານຢູ່ຍີ່ປຸ່ນ

ນັກສຶກສາລາວ 32 ຄົນ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານຢູ່ຍີ່ປຸ່ນ

-

ວັນທີ 3 ມີນາ 2025, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນເຂົ້າຮ່ວມໂຄງ ການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

ໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ເປັນໂຄງການແລກປ່ຽນ ທີ່ສະໜັບສະໜູນໂດຍລັດຖະບານຍີ່ປຸ່ນ ເຊິ່ງທັງສອງໂຄງ ການມີເປົ້າໝາຍແມ່ນນັກສຶກສາລາວໂດຍສະເພາະ ແລະ ເລັງໃສ່ການປະກອບສ່ວນເຂົ້າໃນການພັດທະນາ ຊັບພະຍາກອນມະນຸດ ທີ່ສາມາດມີບົດບາດ ໃນການພັດທະ ນາແບບຍືນຍົງ ໃນຂະແໜງການກະສິກໍາ ແລະ ພະລັງງານໃນ ສປປ ລາວ.

ຜູ້ເຂົ້າຮ່ວມທັງສອງໂຄງການດັ່ງກ່າວ ແມ່ນໄດ້ຮັບການຄັດເລືອກ ໂດຍຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ, ເຊິ່ງໃນໄລຍະ 8 ມື້ທີ່ພັກເຊົາຢູ່ຍີ່ປຸ່ນ, ຄະນະນັກສຶກສາລາວ ຈະໄດ້ໄປຢ້ຽມຢາມສິ່ງອຳນວຍຄວາມສະດວກຕ່າງໆ ທີ່ກ່ຽວຂ້ອງກັບຫົວຂໍ້ຂອງຕົນ. ພ້ອມນີ້, ຍັງຈະໄດ້ສຳຜັດກັບກິດຈະກຳ ຂ້າມວັດທະນະທຳ, ສົນທະນາ ແລະ ແລກປ່ຽນກັບຜູ້ຢູ່ອາໄສໃນທ້ອງຖິ່ນຕື່ມອີກ.

ໂຄງການແລກປ່ຽນ ດ້ານບຸກຄົນ ລະຫວ່າງຍີ່ປຸ່ນ ແລະ ເຂດອາຊີປາຊີຟິກ ທີ່ເນັ້ນໃສ່ຊາວໜຸ່ມ (JENESYS), ເຊິ່ງມີຊາວໜຸ່ມລາວຫລາຍກວ່າ 2.300 ຄົນ ໄດ້ໄປຍີ່ປຸ່ນເພື່ອເຂົ້າຮ່ວມການແລກປ່ຽນແບບນີ້ ຕັ້ງແຕ່ JENESYS ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2007. ການແລກປ່ຽນເຫລົ່ານີ້ ຈະສືບຕໍ່ສົ່ງເສີມຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງຄົນຮຸ່ນໜຸ່ມ ເພື່ອສ້າງຮາກຖານທີ່ເຂັ້ມແຂງ ສຳລັບມິດຕະພາບ ແລະ ການຮ່ວມມືທີ່ຍືນຍາວ ລະຫວ່າງຍີ່ປຸ່ນ ແລະ ສປປ ລາວ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới