Unitel News
Trang chủThời sựສູນກາງສະຫະພັນແມ່ຍິງລາວ ສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ

ສູນກາງສະຫະພັນແມ່ຍິງລາວ ສະຫລອງວັນແມ່ຍິງສາກົນ ຄົບຮອບ 115 ປີ

-

ບັນດາຄະນະນຳກະຊວງ, ອົງການຂັ້ນສູນກາງ, ຄອບຄົວການນຳຂັ້ນສູງ ພັກ-ລັດ, ພະນັກງານປະຕິວັດອາວຸໂສ, ອະດີດການນຳຂອງສະຫະພັນແມ່ຍິງລາວ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນແມ່ຍິງລາວ, ຄະນະສະຫະພັນແມ່ຍິງທຸກຂັ້ນ, ສະມາຊິກສະຫະພັນແມ່ຍິງ, ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 115 ປີ ໃນວັນທີ 5 ມີນາ 2025 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ສິດທິ, ຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ”.

ໃນໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຍົກໃຫ້ເຫັນປະຫວັດມູນເຊື້ອແຫ່ງການກຳເນີດຂອງວັນແມ່ຍິງສາກົນ ເຊິ່ງວັນແມ່ຍິງສາກົນ ກຳເນີດເກີດຂຶ້ນ ໃນທ່າມກາງທີ່ສະພາບເສດຖະກິດ ຂອງສັກດີນາ ແລະ ນາຍທຶນຂະຫຍາຍຕົວ. ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫລາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ.

ຕໍ່ສະພາບດັ່ງກ່າວ, ກຳມະກອນແມ່ຍິງ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້, ໂຮມຊຸມ ນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານຕ່ຳ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ. ໃນວັນທີ 8 ມີນາ 1908, ແມ່ຍິງໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ, ທວງໃຫ້ແມ່ຍິງ ມີສິດອອກສຽງເລືອກຕັ້ງ ແລະ ລົງຮັບສະໝັກເລືອກຕັ້ງ. ຮອດປີ 1910, ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ປະເທດເດນມາກ ກອງປະຊຸມໄດ້ຮັບຮອງ ເອົາວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ.

ວັນທີ 8 ມີນາ ຈຶ່ງເປັນເຫດການ-ການເມືອງທີ່ສຳຄັນ, ເປັນຂີດໝາຍແຫ່ງໄຊຊະນະພື້ນຖານ ຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະ ໂຫຍດອັນເປັນທໍາ ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ພາຍໃຕ້ຄຳຂວັນ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ. ນັບແຕ່ນັ້ນມາຮອດປັດຈຸບັນ ວັນທີ 8 ມີນາ ຂອງທຸກໆປີ ຈຶ່ງໄດ້ຮັບການສະເຫລີມສະຫລອງ ຢູ່ໃນຫລາຍປະເທດທົ່ວໂລກ.

ຂ່າວ: ທະນູທອງ, ພາບ: ເກດສະໜາ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới