ຕອນເຊົ້າວັນທີ 5 ມີນາ 2025 ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຈັດພິທີສະເຫລີມສະຫລອງ ວັນແມ່ຍິງສາກົນວັນທີ 8 ມີນາ ຄົບຮອບ 115 ປີ.
ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ ມີ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບົວໄລ ພານຸວົງ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ນອກຈາກນັ້ນຍັງມີ ທ່ານນາງ ຈຳພອນ ວົງສາ ຄະນະສະຫະພັນແມ່ຍິງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານນາງ ວິຈິດສະຫວັນ ຈັນເທລີ ປະທານສະຫະພັນແມ່ຍິງວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມດ້ວຍເອື້ອຍນ້ອງແມ່ຍິງ ແລະ ພະນັກງານໃນວິທະຍຸກະຈາຍສຽງແຫ່ງຊາດລາວ ເຂົ້າຮ່ວມ.
ການສະເຫຼີມສະຫຼອງວັນແມ່ຍິງສາກົນຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນຄັ້ງນີ້ ນອກຈາກເປັນການທວນຄືນມູນເຊື້ອແມ່ຍິງແລ້ວ ຍັງຈັດໃຫ້ມີການແຂ່ງຂັນຄູ່ຟ້ອນງາມລຳວົງລາວ ເຊິ່ງກຳນົດເອົາ2ຈັງຫວະເຂົ້າແຂ່ງຂັນ ຄື: ຈັງຫວະທ່າເຊີນຊວນລຳວົງລາວ ແລະຈັງຫວະ ລຳວົງສາລະວັນ ເພື່ອເປັນການສົ່ງເສີມ ແລະ ຮັກສາວັດທະນະທຳລາວ ໂດຍສະເພາະ ລຳວົງລາວ ໃຫ້ຢູ່ຄູ່ກັບຄົນລາວຕະຫລອດໄປ; ເຊິ່ງຄູ່ຟ້ອນງາມອັນດັບທີ1 ແມ່ນນາງເວີນວັງ ຄູ່ກັບທ້າວລີໄຊ,ຄູ່ຟ້ອນງາມອັນດັບທີ2 ນາງສຸດຖະໜອມ ຄູ່ກັບທ້າວພັກສະຫວັນ ແລະຄູ່ຟ້ອນງາມອັນດັບທີ3ແມ່ນນາງບັນລັງທອງ ຄູ່ກັບທ້າວພູເງິນ ນອກນັ້ນຍັງມີລາງວັນແລະກິດຈະກຳອື່ນໆຕຶ່ມອີກ.