ນະຄອນຫຼວງພະບາງ ໄດ້ຮັບລາງວັນເລື່ອງລາວຈຸດໝາຍປາຍທາງການທ່ອງ ທ່ຽວທີ່ຍືນຍົງຂອງໂລກທີ່ດີເດັ່ນສໍາລັບປີ 2025 (2025 Green Destinations Top 100 Story Awards) ອັນດັບທີ 03 ໃນໝວດ “ການບໍລິຫານຈັດການ ແລະ ຄຸ້ມຄອງຈຸດໝາຍປາຍທາງການທ່ອງທ່ຽວ” ທີ່ຮັບຮູ້ເຖິງຄວາມສໍາເລັດໃນການພັດ ທະນາການທ່ອງທ່ຽວທີ່ຍືນຍົງ ຫຼື ການປັບປຸງຄືນໃໝ່ໃຫ້ດີຂຶ້ນ, ການຄຸ້ມຄອງການທ່ອງທ່ຽວ ແລະ ການຟື້ນຟູຫຼັງວິກິດການ.
ໂດຍການໃຫ້ຄະແນນຈາກທົ່ວໂລກໃນງານມະຫະກຳ ການທ່ອງທ່ຽວໂລກ ITB Berlin 2025 ຈັດຂຶ້ນໃນລະຫວ່າງວັນທີ 4 – 6 ມີນາ 2025 ທີ່ນະຄອນຫຼວງແບກແລ່ງ, ປະເທດເຢຍລະມັນ. ເຊິ່ງລາງວັນດັ່ງກ່າວ, ແມ່ນຜົນສືບເນື່ອງມາຈາກ ການໄດ້ຮັບລາງວັນໜຶ່ງໃນຮ້ອຍເລື່ອງລາວຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງຂອງໂລກ ຂອງອົງການທ່ອງທ່ຽວສີຂຽວໃນງານປະຊຸມຈຸດໝາຍປາຍທາງການທ່ອງທ່ຽວສີຂຽວສາກົນ ທີ່ ປະເທດຊິເລ່ ປີ 2024.
ລາງວັນດັ່ງກ່າວ ແມ່ນໝາກຜົນຂອງຄວາມພະຍາຍາມໃນການປົກປັກຮັກສາມໍລະດົກໂລກ ແລະ ພັດທະນາການທ່ອງທ່ຽວ ຂອງອົງການປົກຄອງແຂວງທີ່ເຫັນຄວາມສໍາຄັນໃນການພັດທະນາແບບຍືນຍົງ ພາຍໃນແຂວງ; ທັງແມ່ນຄວາມພາກ ພູມໃຈຂອງຊາວຫຼວງພະບາງ ເວົ້າລວມກໍຄືຂອງປະເທດ ເຊິ່ງເປັນການໄດ້ຮັບລາງ ວັນຄັ້ງທໍາອິດຂອງຊາດ ແລະ ເປັນຊາດທຳອິດທີ່ໄດ້ຮັບລາງວັນໃນບັນດາປະເທດ CLMV (ກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ).
ສໍາລັບແຜນທິດທາງປີ 2025 ຫລວງພະບາງ ຈະສຸມໃສ່ປັບປຸງຕາມເງື່ອນໄຂ ແລະ ຕົວຊີ້ວັດໃນແຕ່ລະດ້ານ ເພື່ອສະ ເໜີຂໍການຢັ້ງຢືນຮັບເອົາຫຼວງພະບາງເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ຍືນຍົງ ຈາກອົງການທ່ອງທ່ຽວສີຂຽວ; ເຊິ່ງແມ່ນອົງການນໍາໜ້າໃນດ້ານການຢັ້ງຢືນຄວາມຍືນຍົງ ໃຫ້ແກ່ ຈຸດໝາຍປາຍທາງການທ່ອງທ່ຽວ ແລະ ຜູ້ປະກອບການທຸລະກິດໃນທົ່ວໂລກ ທີ່ຖືກຮັບຮອງໂດຍ ສະພາ ການທ່ອງທ່ຽວໂລກ ຫຼື GSTC.
ສໍາລັບມາດຖານຂອງຈຸດໝາຍປາຍທາງການທ່ອງທ່ຽວແບບຍືນຍົງ ປະກອບມີ 06 ໝວດ ຄື: 1). ການບໍລິຫານຈັດການ ແລະ ຄຸ້ມຄອງຈຸດໝາຍ ປາຍທາງການທ່ອງທ່ຽວ; 2). ທຳມະຊາດ ແລະ ທັດສະນິຍະພາບ; 3). ສິ່ງແວດລ້ອມ ແລະ ສະພາບອາກາດ; 4). ວັດທະນະທຳ ແລະ ຮີດຄອງປະເພນີ; 5).ຄວາມເປັນຢູ່ທີ່ດີຂອງຄົນໃນສັງຄົມ; ແລະ 6). ການປະກອບທຸລະກິດ ແລະ ການສື່ສານ.
ທີ່ມາ: ໂທລະພາບແຂວງຫລວງພະບາງ