ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ມີນາ ຜ່ານມາ ຢູ່ຫ້ອງວ່າການລັດຖະບານ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບ ກັບ ທ່ານ ຮາຄານ ຟິດານ ລັດຖະມົນຕີກະຊວງການຕ່າງປະເທດ ຕວັກກີ.
ຂ່າວລະບຸວ່າ: ໃນການພົບປະ ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ຕວັກກີ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ; ເພື່ອນຳການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນນັ້ນ, ທ່ານສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືບຸລິມະສິດ, ໃນນັ້ນ ມີການຍົກລະດັບການພົວພັນ ຫວຽດນາມ – ຕວັກກີ ໃຫ້ສຳເລັດ; ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ສົມທົບກັນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນໃນບັນດາອົງການຈັດຕັ້ງສາກົນ; ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍຄື: ຄະນະກຳມະການປະສົມ ແລະ ທີ່ປຶກສາດ້ານການເມືອງ.
ທ່ານ ຮາຄານ ຟິດານ ໄດ້ຢັ້ງຢືນຖືການພົວພັນກັບ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຂອງ ຕວັກກີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງໃຫ້ຮູ້ວ່າ: ຕວັກກີ ພວມຕັ້ງໜ້າຊຸກຍູ້ເພື່ອຍົກສູງການພົວພັນກັບ ຫວຽດນາມ ໃນໄລຍະຈະມາເຖິງໃຫ້ສຳເລັດ ແລະ ຢາກຊຸກຍູ້ການຮ່ວມມືກັບອາຊຽນ.
