ວັນທີ 5 ມີນາ 2025, ທີ່ອົງການກວດສອບແຫ່ງລັດ, ນະຄອນຫລວງວຽງຈັນ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຈາກອົງການກວດ ສອບປະຈຳເຂດ 3 ນະຄອນດານັງ ສສ ຫວຽດ ນາມ ນຳໂດຍ ສະຫາຍ ເລ ກຸຍ ຮຶງ ປະທານອົງການກວດສອບປະຈຳເຂດ 3 ນະຄອນດານັງ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ
ສະຫາຍ ເລ ກຸຍ ຮືງ ໄດ້ລາຍງນ ແລະ ແຈ້ງກ່ຽວກັບສະພາບ ການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ໃຫ້ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຮັບຊາບ ແລະ ໄດ້ລາຍງານກ່ຽວກັບຜົນສໍາເລັດ ກ່ຽວກັບການພົບປະສອງຝ່າຍ ກັບອົງການກວດສອບປະຈຳພາກກາງ 2 ( ແຂວງສະຫວັນ ນະເຂດ ) ແລະ ພ້ອມກັບໄດ້ລາຍງານຜົນກອງປະຊຸມແລກປ່ຽນບົດຮຽນໃນ ໃນ 3 ຫົວຂໍ້ ຄື:
1) ການກວດສອບລາຍຮັບ-ລາຍຈ່າຍງົບປະມານແຂວງ 2) ເຕັກນິກການກວດສອບລັດວິສາຫະກິດແຂວງ 3) ການສ້າງແຜນກວດສອບລະອຽດ (audit program) ຂອງການກວດສອບງົບປະມານປະຈໍາແຂວງ.
ໂຝ ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ຕີລາຄາສູງ ຕໍ່ການຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ໂດຍສະເພາະ ຫົວຂໍ້ທີ່ ອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະ ເຂດ ກັບອົງການກວດສອບປະຈຳເຂດ 3 ນະຄອນດານັງ ສສ ຫວຽດນາມ ໄດ້ແລກປ່ຽນບົດຮຽນ ນຳກັນນັ້ນ ແລະ ຫົວຂໍ້ດັ່ງກ່າວແມ່ນມີຄວາມສຳຄັນຫຼາຍໃນການພັດທະນາ ແລະ ບໍລິ ຫານວຽກງານຂອງ ອົງການກວດສອບແຫ່ງລັດ ກໍ່ຄືອົງການກວດສອບປະຈຳພາກ ເພື່ອແນ່ໃສ່ເຮັດໃຫ້ວຽກງານກວດສອບ ມີຄວາມເຂັ້ມແຂງ ເວົ້າລວມ, ເວົ້າສະເພາະກໍ່ເພື່ອເປັນການການຊຸກຍູ້ບັນດາຂົງເຂດ ທີ່ນຳໃຊ້ງົບປະມານແຫ່ງລັດ ກໍ່ຄືຂອງແຂວງ ສາມາດປັບປຸງແກ້ໄຂຄຳແນະນຳກວດສອບ ເຮັດໃຫ້ການກວດສອບມີປະສິດທິພາບ ປະສິດທິຜົນ ແລະ ປະຕິບັດຕາມລະບຽບກົດໝາຍທີ່ກຳນົດໄວ້.
ຂ່າວ: ອົງການກວດສອບແຫ່ງລັດ