ວັນທີ 5 ມີນານີ້, ທ່ານ ຫຼີສຽງ, ນາຍົກລັດຖະມົນຕີຈີນ ໄດ້ຍົກໃຫ້ເຫັນທີ່ລະບຸໃນບົດລາຍງານວຽກງານຂອງລັດຖະບານຈີນວ່າ: ຄາດໝາຍຕົ້ນຕໍດ້ານການພັດທະນາປີ 2025 ແມ່ນ: ລວມຍອດຜະລິດຕະພັນພາຍໃນຫຼື GDP ເພີ່ມຂຶ້ນປະມານ 5%; ອັດຕາການຫວ່າງງານໃນການສຳຫຼວດຢູ່ຕົວເມືອງມີປະມານ 5,5%, ການປະກອບອາຊີບຢູ່ຕົວເມືອງເພີ່ມຂຶ້ນຫຼາຍກວ່າ 12 ລ້ານຄົນ; ດັດສະນີລາຄາຜູ້ບໍລິໂພກຫຼື CPI ເພີ່ມຂຶ້ນປະມານ 2%; ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນໄປພ້ອມກັນກັບການເຕີບໂຕດ້ານເສດຖະກິດ; ລາຍຮັບແລະລາຍຈ່າຍສາກົນມີຄວາມດຸນດ່ຽງໂດຍພື້ນຖານ; ປະລິມານການຜະລິດສະບຽງອາຫານມີປະມານ 700 ຕື້ກິໂລ; ປະລິມານການສິ້ນເປືອງພະລັງງານຕໍ່ຫົວໜ່ວຍ GDP ຫຼຸດລົງປະມານ 3%, ຄຸນນະພາບສິ່ງແວດລ້ອມນິເວດໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
