Unitel News
Trang chủThời sựຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

-

ໂດຍໄດ້ຮັບຄຳເຊີນ ສະຫາຍ ພົນເອກ ຫງວຽນເຕີນເກືອງ ກຳມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນ ກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັັນທີ 4-6 ມີນາ 2025 ນີ້.

ຕອນເຊົ້າວັນທີ 5 ມີນາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ເປັນປະທານພິທີຕ້ອນຮັບ ຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ ແລະ ຄະນະຜູ້ແທນສອງປະເທດໄດ້ດຳເນີນກອງປະຊຸມພົບ ປະສອງຝ່າຍຢ່າງເປັນທາງການ.

ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງຈາກພັກ ແລະ ລັດ ໃຫ້ດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ; ເຊື່ອໝັ້ນວ່າໃນຕຳແໜ່ງໃໝ່ຂອງຕົນ, ຈະປະກອບສ່ວນນຳພາກອງທັບປະຊາຊົນລາວໃຫ້ນັບມື້ນັບພັດທະນາ, ການພົວພັນຮ່ວມມືດ້ານການທະຫານລະຫວ່າງກອງທັບ ຫວຽດນາມ-ລາວ ນັບມື້ນັບເຂັ້ມແຂງ.

ສະຫາຍ ພົນເອກ ຫງວຽນເຕີນເກືອງ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດເວົ້າລວມ ເວົ້າສະເພາະ, ການຮ່ວມມືລະຫວ່າງກົມໃຫຍ່ເສນາທິການກອງທັບປະຊາຊົນ ຫວຽດນາມ-ລາວ ບັນລຸໄດ້ໝາກຜົນສູງ, ສືບຕໍ່ເປັນເສົາຄ້ຳອັນສຳຄັນໃນການພົວພັນສອງຝ່າຍ ຫວຽດນາມ – ລາວ.

ໃນນັ້ນ, 2 ຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການເປັນເສນາທິການໃຫ້ບັນດາການນຳພັກ, ລັດ ກ່ຽວກັບບັນດາບັນຫາຍຸດທະສາດດ້ານການທະຫານ, ປ້ອງກັນຊາດຂອງແຕ່ລະປະເທດ; ການຮ່ວມມືດ້ານກອງທັບ ແລະ ການທະຫານໄດ້ຮັບການປະຕິ ບັດຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ; ທະຫານຊາຍແດນ ແລະ ກອງບັນຊາການທະຫານຊາຍແດນ ຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ການຮ່ວມມືດ້ານການບຳລຸງສ້າງຊັບພະຍາກອນມະນຸດສືບຕໍ່ໄດ້ຮັບຄວາມສຳຄັນເປັນພິເສດຂອງສອງຝ່າຍທັງດ້ານປະລິມານ ແລະ ຄຸນນະພາບ; ການຮ່ວມມືດ້ານການຂົນສົ່ງ ແລະ ດ້ານວຽກອຸດສາຫະກໍາກະຊວງປ້ອງກັນປະເທດໄດ້ຮັບການຊຸກຍູ້ຢ່າງແຂງແຮງ.

ໃນຕໍ່ໜ້າ 2 ຝ່າຍ ເຫັນດີເປັນເອກະພາບ, ບົນພື້ນຖານບັນດາເອກະສານທີ່ການນຳກະຊວງປ້ອງກັນປະເທດ 2 ປະເທດໄດ້ລົງນາມ, ໄດ້ສະເໜີໃຫ້ສຸມໃສ່ຊຸກຍູ້ການພົວພັນຮ່ວມມືໃນບັນດາເນື້ອໃນສຳຄັນຄື: ສົມທົບກັນຜັນຂະຫຍາຍບັນດາເນື້ອໃນການ ຮ່ວມມືຢ່າງມີປະສິດທິຜົນຕາມຄວາມຮັບຮູ້ຮ່ວມຂອງການນຳຂັ້ນສູງຂອງສອງປະເທດ, ພິເສດແມ່ນສັນຍາຮ່ວມມືລະຫວ່າງສອງປະເທດ ຫວຽດນາມ – ລາວ ໃນປີ 2024; ການພົບປະລະຫວ່າງການນຳພັກ-ລັດ 3 ປະເທດ ຫວຽດນາມ-ລາວ-ກຳປູເຈຍ (22/02/2025); ເພີ່ມທະວີການແລກປ່ຽນບັນດາບັນຫາຍຸດທະສາດຜ່ານກອງປະຊຸມຂັ້ນສູງ ແລະ ກົນໄກສົນທະນານະໂຍບາຍປ້ອງກັນປະເທດ; ສະໜັບສະໜູນລາວ ໃນການສ້າງຕັ້ງກຳລັງຮັກສາສັນຕິພາບ ສະຫະປະຊາຊາດ; ເພີ່ມທະວີການຮ່ວມມືລະຫວ່າງກອງທັບ, ກອງທັບ ແລະ ກຳລັງປ້ອງກັນຊາຍແດນ 2 ປະເທດ; ເອົາໃຈໃສ່ການຮ່ວມມືດ້ານການບຳລຸງສ້າງຊັບພະຍາ ກອນມະນຸດ; ຊຸກຍູ້ການຮ່ວມມືດ້ານການຂົນສົ່ງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອຸດສາຫະກຳປ້ອງກັນປະເທດ; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ສະຫາຍ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຢັ້ງຢືນເຖິງຄວາມໝາຍຄວາມສໍາຄັນຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນລາວ; ເນັ້ນໜັກວ່າ, ໃນໄລຍະຜ່ານມາ ການຮ່ວມມືດ້ານປ້ອງກັນຊາດ ລາວ-ຫວຽດນາມ ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ບັນລຸໄດ້ໝາກຜົນສູງ. ໃນປີ 2024, ການຮ່ວມມືລະຫວ່າງກອງທັບສອງປະເທດໄດ້ຮັບການພັດທະນາຢ່າງຮອບດ້ານໃນຂົງເຂດການແລກປ່ຽນຄະນະຜູ້ ແທນ, ການເຝິກອົບຮົມ, ການທະຫານ ແລະ ການພົບປະແລກປ່ຽນການທະຫານ. ພ້ອມກັນນັ້ນ, ສອງຝ່າຍກໍຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ.

ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເຫັນດີເປັນເອກະພາບໃນຕໍ່ໜ້າ ທັງສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືບົນພື້ນຖານບັນດາເອກະສານທີ່ໄດ້ລົງນາມ, ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ແລະ ກອງ ທັບສອງປະເທດ ລາວ-ຫວຽດນາມ ໃຫ້ຂຽວສົດງົດງາມຕະຫຼອດໄປ.

ພາຍຫຼັງສຳເລັດ, ພິທີພົບປະສອງຝ່າຍ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ພ້ອມຄະນະໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ອີກດ້ວຍ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới