Unitel News
Trang chủThời sựກິດຈະກຳສ້າງຄວາມສໍາພັນລະຫວ່າງປະຊາຊົນກັບປະຊາຊົນພື້ນທີ່ຊາຍ ແດນໄທ-ລາວ

ກິດຈະກຳສ້າງຄວາມສໍາພັນລະຫວ່າງປະຊາຊົນກັບປະຊາຊົນພື້ນທີ່ຊາຍ ແດນໄທ-ລາວ

-

ວັນທີ 5 ມີນາ 2025, ທ່ານ ທອງດີ ຈັນທະວົງ, ເຈົ້າເມືອງລະຄອນເພັງ ແຂວງສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງ, ນາຍບ້ານລຽບຊາຍ ແດນ ແລະ ນັກທຸລະກິດພາຍໃນເມືອງ ໄດ້ເດີນທາງເຂົ້າຮ່ວມປະຊຸມກິດຈະກຳໂຄງ ການສ້າງຄວາມສໍາພັນລະຫວ່າງປະຊາຊົນກັບປະຊາຊົນພື້ນທີ່ຊາຍແດນໄທ-ລາວ (people to people connectivity). ກອງປະຊຸມຈັດຂຶ້ນທີ່ຫ້ອງປະຊຸມສໍານັກງານສາທາລະນະສຸກ ອໍາເພີນາຕານ, ຈັງຫວັດອຸບົນລາຊະທານີ ໂດຍມີທ່ານ ສະລາວຸດ ຊົງໂສມ ນາຍອໍາເພີ ນາຕານ ພ້ອມດ້ວຍຫົວໜ້າສ່ວນລາດຊະການ ແລະ ພາກສ່ວນກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ຮ່ວມປຶກສາຫາລື.

ສອງຝ່າຍໄດ້ລາຍງານ, ແລກປ່ຽນ ແລະປຶກສາຫາລືຮ່ວມກັນຫຼາຍວຽກສໍາຄັນ ເປັນຕົ້ນ: ປຶກສາຫາລືວິທີຍົກລະດັບ ແລະ ເຊື່ອມຈອດກົນໄກຮ່ວມມືເພື່ອແກ້ໄຂບັນ ຫາໄພຂົ່ມຂູ່ດ້ານຄວາມໝັ້ນຄົງຮູບແບບໃໝ່, ຮັດແໜ້ນສາຍພົວພັນດ້ານວັດທະ ນະທຳ ດ້ານການສຶກສາ ແລະ ກິລາ, ການຮ່ວມມືສະກັດກັ້ນ ແລະ ປາບປາມຢາເສບ ຕິດ ແລະຄວາມປອດໄພຢູ່ຕາມຊາຍແດນ, ວຽກງານສາທາລະນະສຸກ, ການຮ່ວມມືຄວບຄຸມ-ປ້ອງກັນພະຍາດສັດ, ບັນຫາການຄ້າຊາຍແດນ ແລະວຽກງານອື່ນໆ…

ທັງນີ້, ເພື່ອສ້າງຄວາມຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍ, ຄວາມຮ່ວມມືດ້ານເສດຖະກິດ, ດ້ານວັດທະນະທຳ-ສັງຄົມ ຕາມແນວຊາຍແດນ, ພັດທະນາຄວາມສຳພັນໃນລະດັບທ້ອງຖິ່ນສູ່ຄວາມສຳພັນໃນລະດັບປະເທດ ແລະຈະເປັນກົນ ໄກໜຶ່ງທີ່ກໍ່ໃຫ້ເກີດການຮ່ວມມືເສີມສ້າງຄວາມສຳພັນທີ່ດີ ເພື່ອຜົນປະໂຫຍດຮ່ວມ ກັນ ແລະ ເພື່ອສັນຕິສຸກຂອງປະຊາຊົນໃນພື້ນທີ່ບໍລິເວນຊາຍແດນໄທ-ລາວ.

ທີ່ມາ: ສື່ມວນຊົນລະຄອນເພັງ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới