ໃນບົດລາຍງານການເມືອງທີ່ ສະຫາຍ ຄໍາເພັດ ຈັນສົມພູ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆເຟືອງ, ແຂວງວຽງຈັນ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ໃນຕອນເຊົ້າວັນທີ 5 ມີນາ 2025 ທີ່ສະ ໂມສອນເມືອງດັ່ງກ່າວ ໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີຜ່ານມາ ເສດຖະກິດຂອງເມືອງເຟືອງຂະຫຍາຍຕົວຢ່າງໃນລະດັບ 6.2%ຕໍ່ປີ, ລວມຍອດລາຍຮັບພາຍໃນ ບັນ ລຸ 742 ຕື້ກ່ວາກີບ, ເທົ່າກັບ 100.8% ຂອງແຜນ 5 ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 14 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 641 ໂດລາຕໍ່ຄົນຕໍ່ປີ, ເທົ່າກັບ 93.16%, ສະ ເລ່ຍເຂົ້າກິນໄດ້ 571 ກິໂລຕໍ່ຄົນຕໍ່ປີ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 16 ບ້ານ, ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 36 ບ້ານ, ສ້າງບ້ານປອດຢາເສບຕິດໄດ້ 34 ບ້ານ.
ພ້ອມນີ້, ໄດ້ກໍານົດໃຫ້ເປັນເມືອງຜະລິດກະສິກໍາເປັນສິນຄ້າຕິດພັນກັບການປຸງແຕ່ງຜົນຜະລິດ ເພື່ອສະໜອງໃຫ້ແກ່ການທ່ອງທ່ຽວ,ໄດ້ຊຸກຍູ້ສົ່ງເສີມປະຊາຊົນບັນ ດາເຜົ່າປູກຝັງ-ລ້ຽງສັດ,ເປັນຕົ້ນແມ່ນປູກເຂົ້າ,ພືດ-ຜັກ,ໄມ້ໃຫ້ໝາກແລະລ້ຽງສັດປະເພດຕ່າງໆ, ຫຼາຍຄອບຄົວກາຍເປັນຕົວແບບດ້ານການປູກ-ການລ້ຽງ, ທົ່ວເມືອງໄດ້ຊົມໃຊ້ໄຟຟ້າຖາວອນ 43 ບ້ານ ເທົ່າກັບ 100% ຊຶ່ງພຽງພໍກັບຄວາມຕ້ອງການຊົມໃຊ້ຂອງປະຊາຊົນໃນປັດຈຸບັນ,ສ້າງບ້ານສາທາລະນະສຸກແບບຢ່າງໄດ້ 100%, ປະ ກາດເມືອງເຟືອງເປັນເມືອງຢຸດຕິການຖ່າຍຊະຊາຍ, ອັດຕາການຊົມໃຊ້ນໍ້າສະອາດກວມ 100 % ແລະ ອື່ນໆ.
ສໍາລັບໃນ 5 ປີຕໍ່ໜ້າ (2025-2029), ເມືອງເຟືອງ ຈະເຮັດໃຫ້ສູ້ຊົນເຮັດໃຫ້ລວມຍອດລາຍຮັບພາຍໃນຂອງເມືອງ ບັນລຸ 1 ພັນຕື້ກ່ວາກີບ, ຂະຫຍາຍຕົວໃນລະດັບ 6.5% ຕໍ່ປີ, ລາຍຮັບສະເລ່ຍຕໍ່ຫົວຄົນ 19 ລ້ານ ກ່ວາກີບ/ຄົນ/ປີ,ເທົ່າກັບ 899 ໂດລາສະຫາລັດ.
ຂ່າວອອນລາຍ ວສລ