ຕອນບ່າຍວັນທີ 4 ມີນາ 2025, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບຂອງ ທ່ານ ນາງ ອີ.ເອ. ເອສ ວິຈາຍັນຕິ ເອດິຣິສິງ (E.A.S Wijayanthi Edirisinghe) ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ສັງຄົມນິຍົມ ປະຊາທິປະໄຕ ສີ ລັງກາ ຄົນໃໝ່ປະຈໍາລາວ ທີ່ຫ້ອງຮັບແຂກກະຊວງກະສິກໍາ ແລະ ປ່າໄມ້, ພາຍຫຼັງໄດ້ຍື່ນສານຕາຕັ້ງຕໍ່ປະທານປະເທດ ແຫ່ງ ສປປ ລາວ ໃນຕອນເຊົ້າວັນດຽວກັນທີ່ທຳ ນຽບປະທານປະເທດ.
ການພົບປະຄັ້ງນີ້ ທ່ານ ທູດໄດ້ກ່າວເຖິງສະພາບລວມດ້ານການເສດຖະກິດ, ການຜະລິດ ແລະ ແຜນງານທີ່ສົ່ງເສີມກ່ຽວກັບການກະສິກໍາຢູ່ປະເທດສີລັງກາ ເຊິ່ງໜຶ່ງໃນນັ້ນແມ່ນກ່ຽວກັບເສດຖະກິດທີ່ມີຄວາມຍືນຍົງລົງເລິກການກະສິກໍາທັນສະ ໄໝ ເຊິ່ງເປັນວຽກທີ່ທັງສອງປະເທດມີຄວາມອາດສາມາດທັງເປັນທ່າແຮງໃນການຮ່ວມມື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນດ້ານເຕັກນິກເຕັກໂນໂລຊີການກະສິກໍາ, ໂດຍໃນໄວໆນີ້ ທ່ານມີແຜນຈະພົບປະກັບ ສະພາການຄ້າ ແລະ ຈະຍົກເອົາວຽກ ງານດັ່ງກ່າວມາປຶກສາຫາລືກັນເພື່ອຈະເຊື້ອເຊີນເອົານັກລົງທຶນຈາກປະເທດສີລັງກາມາລົງທຶນດ້ານການຜະລິດກະສິກໍາຢູ່ປະເທດລາວໃນອະນາຄົດ.
ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: ໃນຕໍ່ໜ້າແມ່ນມີຄວາມຍິນດີຕ້ອນຮັບ ຖ້າຫາກຈະມີຄະນະຈາກປະເທດສີລັງກາເດີນທາງມາຢ້ຽມຢາມພື້ນ ຖານການຜະລິດກະສິກໍາຢູ່ ສປປ ລາວ ພ້ອມທັງກ່າວຕື່ມວ່າ ຢູ່ປະເທດສີລັງກາ ແມ່ນມີຄວາມພົ້ນເດັ່ນກ່ຽວກັບການຜະລິດຊາ ຖ້າຫາກລາວເຮົາໄດ້ຮັບການແລກ ປ່ຽນບົດຮຽນ ແລະ ເຕັກໂນໂລຊີຮ່ວມກັນກັບປະເທດສີລັງກາ ຍິ່ງຈະຊ່ວຍພັດທະນາໂດຍສະເພາະຜົນຜະລິດກະສິກໍາອື່ນໆ ໃຫ້ນັບມື້ນັບຫຼາຍຂຶ້ນ.
ຂ່າວ: ນ. ສີອໍາມອນ ໄຊຍະລາດ