ວັນທີ 5 ມີນາ 2025, ທີ່ພະແນກຖະແຫຼງຂ່າວ, ວັດທະນະທທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ ໄດ້ເຄື່ອນໄຫວກວດກາລົບ ລ້າງໃບເກັບເງິນກອງທຶນ 1 ໂດລາສະ ຫະລັດ ແລະ ຊຸກຍູ້, ກວດກາການຈັດຕັ້ງປະຕິບັດລາຍຮັບກອງທຶນການທ່ອງທ່ຽວ ປະຈຳປີ 2023 ໂດຍການເປັນການຂອງທ່ານ ຄໍາພັດ ຈັນທະວົງ, ຮອງຫົວໜ້າພະ ແນກ ຖວທ ແຂວງຊຽງຂວາງ.
ໃບເກັບເງິນກອງທຶນ 1 ໂດລາສະຫະລັດ ຈາກນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວແຂວງຊຽງຂວາງ ໂດຍຜ່ານດ່ານສາກົນນ້ຳກັ່ນທັງໝົດໃນປີ 2023 ແມ່ນ 2,000 ຫົວ ຈໍານວນ 100,000 ໃບ, ນຳໃຊ້ 20,099 ໃບ, ຢຸດນຳໃຊ້ ແລະທຳລາຍ ເຊີ່ງການທຳລາຍ, ລົບລ້າງແມ່ນລວມທັງບົດສະຫຼຸບກວດນັບໃບເກັບເງິນກອງທຶນການທ່ອງ ທ່ຽວທີ່ນໍາໃຊ້ແລ້ວ, ບໍ່ໄດ້ນໍາໃຊ້ ແລະ ເສຍຫາຍ, ສະຫຼຸບ ລາຍຮັບ-ລາຍຈ່າຍເງິນກອງທຶນການທ່ອງທ່ຽວປະຈໍາສົກປີ 2023 ນັບແຕ່ວັນທີ 01 ມັງກອນ 2023-ວັນທີ 31 ທັນວາ 2023 ເພື່ອຫັນເຂົ້າສູ່ການເກັບລາຍຮັບແບບທັນສະໄໝແບບເອເລັກໂຕຼນິກຜ່ານລະບົບການເກັບຄ່າທຳນຽມ ແລະ ຄ່າບໍລິການຂອງກະຊວງການເງິນຢູ່ດ່ານສາ ກົນທົ່ວປະເທດ ເວົ້າລວມ, ເວົ້າສະເພາະຢູ່ດ່ານສາກົນນ້ຳກັ່ນແຂວງຊຽງຂວາງ.
ຂ່າວ: ເພັດ+ຕິກ, ໜັງສືພິມຊຍງຂວາງມີໄຊ