ການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ຈຸດສຸມພັດທະນາຜາສັງ ເມືອງເຟືອງແຂວງວຽງຈັນ ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ພາຍຫລັງຈຸດສຸມດັ່ງກ່າວໄດ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດເມື່ອທ້າຍປີ 2023 ຜ່ານມາ ສະແດງອອກປີ 2022 ຕາມການປະເມີນຕາມດໍາລັດ 348 ຂອງລັດຖະບານ ມີຄອບຄົວບໍ່ຜ່ານຄົບມາດຖານຈໍານວນ 395 ຄອບຄົວ ແຕ່ມາຮອດປີ 2024 ມີຄອບຄົວຜ່ານການປະເມີນແລ້ວ 281 ຄອບຄົວ, ຍັງເຫລືອພຽງ 112 ຄອບຄົວທີ່ຍັງບໍ່ຜ່ານການປະເມີນ.
ທ່ານ ວຽງຊໍາ ກ້ວາງມະນີວັນ, ກໍາມະການພັກເມືອງ ເລຂາຄະນະພັກຮາກຖານຈຸດສຸມພັດທະນາຜາສັງ ແຈ້ງໃຫ້ຮູ້ໃນກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ຈັດຂື້ນລະຫວ່າງວັນທີ 5-6 ມີນານີ້ ທີ່ສະໂມ ສອນເມືອງວ່າ: ວຽກງານກໍ່ສ້າງຮາກຖານການເມືອງ ແລະສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດ ແມ່ນວຽກຍຸດທະສາດສໍາຄັນໜຶ່ງຂອງພັກ ເພື່ອເຮັດໃຫ້ພື້ນຖານບ້ານມີຄວາມເຂັ້ມແຂງ, ມີການພັດທະນາໃກ້ຄຽງກັບຕົວເມືອງ ແລະ ເຮັດຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂື້ນ. ສະນັ້ນ, ຕະຫຼອດໄລຍະຜ່ານມາຄະນະພັກ, ອົງການປົກ ຄອງທຸກຂັ້ນ ໄດ້ເອົາໃຈໃສ່ປະສານສົມທົບກັບ ຄະນະພັກຮາກຖານ, ກຸ່ມບ້ານ, ອົງການປົກຄອງບ້ານທົ່ວຈຸດສຸມຜາສັງ ພ້ອມກັນຈັດຕັ້ງປະຕິບັດຢ່າງມີຄວາມຮັບຜິດຊອບ ໂດຍເນັ້ນໃສ່ຕາມ 4 ເນື້ອໃນ 4 ຄາດໝາຍ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະຂັ້ນເທິງ ເພື່ອກໍ່ສ້າງ, ບູລະນະພື້ນຖານໂຄງລ່າງ ເປັນຕົ້ນເສັ້ນທາງຊອຍ, ຈັດສັນຕະຫຼາດຊຸມຊົນ, ໂຮງຮຽນ, ໂຮງໝໍ, ຊົນລະປະທານ, ໜ່ວຍບໍລິການທາງດ້ານເຄື່ອຄ່າຍມືຖື, ໜ່ວຍບໍລິການໄຟ້າ, ເຈາະນໍ້າບາດານ ແລະອື່ນໆ ເພື່ອເຮັດໃຫ້ເຂດນີ້ໄດ້ຮັບການທະນາຢ່າງຕໍ່ເນື່ອງ ແລະ ປະຊາຊົນໄດ້ເຂົ້າເຖິງການບໍລິການດ້ານຕ່າງໆ ເປັນຢ່າງດີ.
ນອກຈາກນີ້ ຍັງສຸມໃສ່ວຽກງານ 3 ສ້າງ ໂດຍໄດ້ກໍານົດບ້ານເປົ້າໝາຍ 10 ບ້ານ ເພື່ອສ້າງບ້ານເປັນຫົວໜ່ວຍພັດທະນາໃຫ້ຮັບປະກັນ 4 ດ້ານ 30 ຕົວຊີ້ບອກ, ຊຶ່ງປະເມີນແຕ່ລະບ້ານໄດ້ 80% ຂຶ້ນໄປ, ປະກາດອົງການປົກຄອງບ້ານເຂັ້ມ ແຂງໜັກແໜ້ນ ແລະບ້ານພັດທະນາໄດ້ 3 ບ້ານຄື: ບ້ານ ປາກຮາງ, ບ້ານ ຜາສັງ, ບ້ານ ນາຄໍາ.
ທ່ານ ວຽງຊໍາ ກ້ວາງມະນີວັນ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ ເພື່ອເຮັດໃຫ້ຕົວເມືອງນ້ອຍຜາສັງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ຄະນະພັກ, ອົງການປົກຄອງເມືອງ ຈະສຸມໃສ່ປັບປຸງພື້ນຖານໂຄງລ່າງ ໃຫ້ຮັບປະກັນຄວາມຍືນຍົງ ເປັນຕົ້ນການບູລະນະສ້ອມແປງທາງຊອຍ, ສ້າງລະບົບນໍ້າປະປາຊຸມຊົນ, ສ້າງຕະຫຼາດຖາວອນ, ປັບປຸງລະບົບຊົນລະປະທານ ແລະພື້ນຖານໂຄງລ່າງອື່ນໆທີ່ຈໍາເປັນ, ຊຸກຍູ້, ສົ່ງເສີມປະຊາຊົນທໍາການຜະລິດເປັນສິນຄ້າໃຫ້ຫຼາຍ, ສ້າງໃຫ້ມີຄອບຄົວຕົວແບບເພີ່ມຂື້ນ, ສຸມໃສ່ແກ້ໄຂຄວາມທຸກຍາກໃຫ້ໝົດໄປ ແລະ ອື່ນໆ.
ຂ່າວ:ຈັນທະສອນ ສີຫານາດ