ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງກະລຶມ ແຂວງເຊກອງ ຄັ້ງທີ X ໄຂຂຶ້ນໃນວັນທີ 6 ມີນາ 2025 ທີ່ສະໂມສອນເມືອງດັ່ງກ່າວ ພາຍໃຕ້ຄໍາຂວັນ “ ຍົກສູງຄວາມສາມາດການນໍາພາ-ຄຸ້ມຄອງ ໃນຄະນະພັກທຸກຂັ້ນ, ສູ້ຊົນແກ້ໄຂຄວາມທຸກຍາກ ໂດຍສ້າງສິ່ງດຶງດູດຈາກຫລາຍພາກສ່ວນເສດຖະກິດຮ່ວມພັດທະນາ ທີ່ໝັ້ນຄົງ, ຍືນຍົງ, ສີຂຽວ, ປອດໄພ ” ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສາຍຄໍາ ແກ້ວບຸນປານ ວ່າການເລຂາພັກເມືອງ ເຈົ້າເມືອງກະລຶມ ແລະ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ 121 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ສາຍຄໍາ ແກ້ວບຸນປານ ໄດ້ກ່າວໄຂກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງສອງພາກ ໂດຍໄດ້ຕີລາຄາໝາກຜົນແຫ່ງຜົນງານການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ໃນ 5 ປີຜ່ານມາ ເຖິງວ່າເມືອງກະລຶມ ຈະຜະເຊີນໜ້າກັບສະພາບແວດລ້ອມ ພາຍໃນປະເທດ ແລະ ທ້ອງຖິ່ນພວກເຮົາ ມີທັງສິ່ງເອື້ອອໍານວຍ, ຂໍ້ຫຍຸ້ງຍາກທ້າທາຍຫລາຍປະການ ເປັນຕົ້ນ, ບັນຫາຄວາມຫຍຸ້ງຍາເດ້ານເສດຖະກິດ-ການເງິນ, ໄພພິບັດທາງທໍາມະຊາດ, ການແຜ່ລະບາດຂອງພະຍາດຕາມລະດູການ ແລະ ອື່ນໆ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອົງຄະນະພັກເມືອງ ກໍຄື ຄະນະພັກ-ອົງການປົກຄອງແຂວງເຊກອງ ເຮັດໃຫ້ເມືອງກະລຶມສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມຂະຫຍາຍຕົວ ຕາມທິດມີຄຸນນະພາບ ແລະ ຍືນຍົງ, ຫລາຍກິດຈະກໍາໂຄງການລົງທຶນຂອງລັດໄດ້ຮັບການຈັດຕັ້ງປະຕິບັດ, ບັນດາພື້ນຖານໂຄງລ່າງ, ຂະບວນການຜະລິດກະສິກໍາໄດ້ຮັບການພັດທະນາ ແລະ ຊຸກຍູ້ສົ່ງເສີມຂະຫຍາຍຕົວຢ່າງກວ້າງຂວາງ ກາຍເປັນເງື່ອນໄຂ ໃນການສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບທີ່ໝັ້ນຄົງ ແລະ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນພາຍໃນເມືອງໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
ກອງປະຊຸມຄັ້ງນີ້, ຍັງໄດ້ຟັງການຜ່ານບົດສະຫລຸບຕີລາຄາການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2020-2024) ແລະ ທິດທາງແຜນການ 5 ປີ (2025-2029) ພ້ອມທັງ ຮັບຟັງການປະກອບຄໍາຄິດຄໍາເຫັນຕໍ່ຮ່າງບົດລາຍງານການເມືອງສອງພາກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ເພື່ອແນໃສປະຕິບັດແນວທາງ ຂອງພັກ, ແຜນນະໂຍບາຍ ແລະ ລະບຽບກົດໝາຍ ຂອງລັດ ໃນການສ້າງສາພັດທະນາເມືອງກະລຶມ ໃຫ້ຫັນໄປສູ່ຄຸນນະພາບໃໝ່.
ພ້ອມກັນນີ້, ໃນກອງປະຊຸມຜູ້ແທນສົມບູນຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງກະລຶມ ສະໄໝທີ X ເຊິ່ງເປັນການນໍາສູງສຸດ ຂອງພັກຂັ້ນເມືອງ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີ ແລະ ສືບຕໍ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ ກໍຄື ປະຊາຊົນບັນດາເຜົ່າພາຍໃນເມືອງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ເຂົ້າສູ່ຂະບວນການວຽກງານຕົວຈິງ ແລະ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ສັນຍາ