Unitel News
Trang chủThời sựກອງປະຊຸມໃຫຍ່ ຄັ້ງທີ XII ອົງຄະນະພັກເມືອງນອງ

ກອງປະຊຸມໃຫຍ່ ຄັ້ງທີ XII ອົງຄະນະພັກເມືອງນອງ

-

ອົງຄະນະບໍລິຫານພັກແຂວງສະຫວັນນະເຂດ ໄດ້ຊີ້ນໍາ-ນໍາພາ ການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ ໄດ້ຕາມແຜນການ ໂດຍເລີ່ມແຕ່ເດືອນມັງກອນ 2025 ຮອດຕົ້ນເດືອນ ມີນາ 2025 ເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XII ອົງຄະນະພັກເມືອງນອງ ດໍາເນີນເປັນເມືອງທີ10 ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 6 ມີນາ 2025 ທີ່ສະໂມສອນຂອງເມືອງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ສະຫາຍ ລໍາທອງ ຂອບສີລາວົງ ກໍາມະການປະຈຳພັກແຂວງປະທານກວດກາພັກ-ລັດແຂວງ,ສະຫາຍ ຈິນດາວັນ ບຸດລາສີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງນອງ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ,ພະແນກການ,ເມືອງໄກ້ຄຽງ, ແຂກກອງປະຊຸມ ແລະຜູ້ແທນສົມບູນ 137ສະຫາຍ ຍິງ17ສະຫາຍເຂົ້າຮ່ວມ.

ໃນວາລະປະຊຸມ, ສະຫາຍ ຈິນດາວັນ ບຸດລາສີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງນອງ ກໍ່ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ,

ຈາກນັ້ນ ສະຫາຍ ຜາສຸກ ບຸດທະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ຜ່ານຮ່າງລາຍງານການເມືອງຕໍ່ກອງປະຊຸມ, ພ້ອມດ້ວຍສະຫາຍ ບົວລົມ ອິນທີທະວົງ ກຳມະການພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳດ້ານເສດຖະກິດ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມຕໍ່ກອງປະຊຸມ, ຈາກນັ້ນ ບັນດາສະຫາຍຕາງໜ້າໃຫ້ຂົງເຂດຕ່າງໆກໍ່ໄດ້ປະກອບຄຳເຫັນ. ຈາກບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ໃນໄລຍະ 5 ປີ ຜ່ານມາ ເຫັນໄດ້ວ່າແຕ່ລະຂົງເຂດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນດີ, ເຊິ່ງໃນນີ້ໃນທົ່ວເມືອງມີຕົວເລກລວມຍອດຜະລິດຕະພັນພາຍໃນ (GDP) ປີ 2024 ຂະຫຍາຍຕົວ 7.37%, ມູນຄ່າ 647 ຕື້ກວ່າກີບ ທຽບໃສ່ປີ 2019 ເພີ່ມຂຶ້ນ 443 ຕື້ກວ່າກີບ, ເທົ່າກັບ 192% ຂອງແຜນການ, ສະເລ່ຍລາຍຮັບໃສ່ພົນລະເມືອງຜູ້ໜຶ່ງໄດ້ 18 ລ້ານກວ່າກີບ ຫຼື ເທົ່າກັບ 840 ໂດລາສະຫະລັດ/ຄົນ/ປີ ໃນນັ້ນ: ຂະແໜງກະສິກໍາ ຂະຫຍາຍຕົວ 8% ກວມ 88% ຂອງ GDP, ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 6% ກວມ 4% ຂອງ GDP, ຂະແໜງການບໍລິການ ຂະຫຍາຍຕົວ 5% ກວມ 8% ຂອງ GDP, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 10 ຕື້ກວ່າກີບ ທຽບໃສ່ສະໄໝກ່ອນ ເພີ່ມຂຶ້ນ 85% ເທົ່າກັບ 158% ຂອງແຜນການ ໃນນັ້ນ: ສ່ວຍສາອາກອນ 3 ຕື້ກວ່າກີບ, ທີ່ດິນ 928 ລ້ານກີບ, ຊັບສິນລັດ 5 ຕື້ກວ່າກີບ ແລະປະຕິບັດລາຍຈ່າຍທັງໝົດ 8 ຕື້ກວ່າກີບ ຫຼຸດແຜນ 460 ລ້ານກີບ, ດ້ານການລົງທຶນໄດ້ສຸມໃສ່ລະດົມທຶນຈາກທຸກພາກສ່ວນ ເຂົ້າໃສ່ການພັດທະນາໃນທຸກຂົງເຂດວຽກງານ ສາມາດປະຕິບັດໄດ້ທັງໝົດ 189 ໂຄງການ ມູນຄ່າ 332 ຕື້ກວ່າກີບ ທຽບໃສ່ສະໄໝກ່ອນ ເພີ່ມຂຶ້ນ 189 ຕື້ກວ່າກີບ, ລື່ນແຜນ 6 ຕື້ກວ່າກີບ ໃນນັ້ນ: ທຶນຂອງລັດ: 201 ຕື້ກວ່າກີບ ກວມເອົາ 60%, ທຶນຊ່ວຍເຫຼືອເພື່ອການພັດທະນາ (ODA): 102 ຕື້ກວ່າກີບ ກວມເອົາ 31%, ທຶນເອກະຊົນ ພາຍໃນ-ຕ່າງປະເທດ: 2 ຕື້ກວ່າກີບ ກວມເອົາ 0.77%, ສິນເຊື່ອທະນາຄານ: 24 ຕື້ກວ່າກີບ ກວມເອົາ 7% ແລະທຶນປະກອບສ່ວນຂອງປະຊາຊົນ: 1 ຕື້ກວ່າກີບ ກວມເອົາ 0.38%, ວຽກກະສິກຳ-ປ່າໄມ້ ໃນປີ 2024: ສາມາດຜະລິດເຂົ້າເປືອກໄດ້ທັງໝົດ 6 ພັນກວ່າໂຕນ, ທຽບໃສ່ປີ 2019 ແມ່ນຫຼຸດລົງ 1 ພັນກວ່າໂຕນ ໃນເນື້ອທີ່ເກັບກ່ຽວ 2 ພັນກວ່າເຮັກຕາ ທຽບໃສ່ປີ 2019 ຫຼຸດລົງ 2 ພັນກວ່າເຮັກຕາ (ຍ້ອນປະຊາຊົນຫັນຈາກການຖາງໄຮ່ປູກເຂົ້າມາປູກມັນຕົ້ນ), ສຳລັບການປູກພືດເປັນສິນຄ້າ ສາມາດຜະລິດໄດ້ 2 ແສນກວ່າໂຕນ ສ້າງລາຍຮັບໃຫ້ປະຊາຊົນໄດ້ເຖິງ 380 ຕື້ກວ່າກີບ ທຽບໃສ່ປີ 2019 ເພີ່ມຂຶ້ນ 326 ຕື້ກວ່າກີບ, ພົ້ນເດັ່ນແມ່ນກ້ວຍ ຜະລິດໄດ້ 83 ພັນກວ່າໂຕນ ມູນຄ່າ 251 ຕື້ກວ່າກີບ ແລະມັນຕົ້ນ ຜະລິດໄດ້ 97 ພັນກວ່າໂຕນ ມູນຄ່າ 125 ຕື້ກວ່າກີບ. ທົ່ວເມືອງມີກຸ່ມຜະລິດກະສິກຳທັງໝົດມີ 204 ກຸ່ມ ໃນນີ້: ກຸ່ມປູກມັນຕົ້ນ 201 ກຸ່ມ, ມີຄອບຄົວທັງໝົດ 4,109 ຄອບຄົວ, ກຸ່ມລ້ຽງງົວ 2 ກຸ່ມ ແລະກຸ່ມປູກພືດຜັກສວນຄົວ 1 ກຸ່ມ, ວຽກອຸດສາຫະກຳ, ຫັດຖະກຳ ແລະ ການຄ້າ: ທົ່ວເມືອງມີໂຮງງານຂະໜາດນ້ອຍ ແລະກາງທັງໝົດ 6 ແຫ່ງ: ສາມາດຜະລິດ ແລະຈໍາໜ່າຍໄດ້ທັງໝົດ 27 ຕື້ກວ່າກີບ ທຽບໃສ່ສະໄໝກ່ອນເພີ່ມຂຶ້ນ 11 ຕື້ກວ່າກີບ ຫຼຸດແຜນ 7 ຕື້ກວ່າກີບ (ຍ້ອນບັນດາຫົວໜວ່ຍໂຮງງານຫຼຸດລົງ). ດ້ານຫັດຖະກຳທີ່ເປັນມູນເຊື້ອຂອງປະຊາຊົນ ມີທັງໝົດ 9 ກຸ່ມຄື: ກຸ່ມຈັກສານ 3 ກຸ່ມ ຂາຍຜະລິດຕະພັນໄດ້ 36 ລ້ານກີບ; ກຸ່ມຕຳສີ້ນເຜົ່າມັງກອງ-ເຜົ່າຕະໂອ້ຍ 4 ກຸ່ມ ຂາຍຜະລິດຕະພັນໄດ້ 1 ຕື້ກວ່າກີບ; ກຸ່ມຕົ້ມເຫຼົ້າຢູ່ບ້ານນອງວິໄລ 2 ກຸ່ມ ຂາຍຜະລິດຕະພັນໄດ້ 6 ຕື້ກວ່າກີບ, ວຽກຂົວທາງ: ໄດ້ປັບປຸງ ແລະກໍ່ສ້າງຍົກລະດັບເສັ້ນທາງໃນທົ່ວເມືອງ ໄດ້ 50 ເສັ້ນ ຍາວ 231 ກິໂລແມັດ ຄື: ທາງປູຢາງສອງຊັ້ນໃນເທສະບານເມືອງ 8 ເສັ້ນ ຍາວ 4.4 ກິໂລແມັດ, ທະລຸ ແລະຍົກລະດັບທາງດິນແດງ ໄດ້13 ເສັ້ນ ຍາວ 176 ກິໂລແມັດ, ຟື້ນຟູເສັ້ນທາງປູຢາງ 1 ເສັ້ນ ຍາວ 33 ກິໂລແມັດ, ທາງດິນແດງ ໄດ້ 5 ເສັ້ນ ຍາວ 77 ກິໂລແມັດ, ກໍ່ສ້າງຂົວຈົມໄດ້ 7 ແຫ່ງ, ຂົວໄມ້ 3 ແຫ່ງ; ທະລຸ-ຍົກລະດັບເສັ້ນທາງຕາຜ້າເທສະບານເມືອງ ແລະ ກຸ່ມບ້ານແກ້ງລີ້ນ ໄດ້ 35 ເສັ້ນ ຍາວ 17 ກິໂລແມັດ; ປັດຈຸບັນທົ່ວເມືອງ ມີເສັ້ນທາງສາມາດທຽວໄດ້ ສອງລະດູ 35 ບ້ານ ເທົ່າກັບ 53% ລື່ນແຜນ 13%, ດ້ານການສຶກສາ: ທົ່ວເມືອງສາມາດລົບລ້າງຄວາມບໍ່ຮູ້ໜັງສື ໃນເກນອາຍຸ 15-35ປີ ຊັ້ນ ມັດທະຍົມຕອນຕົ້ນບໍາລຸງ ໄດ້ 403 ຄົນ ຍິງ 96 ຄົນ ລື່ນແຜນ 294 ຄົນ, ໄດ້ສຸມໃສ່ປະຕິບັດ 12 ຄາດໝາຍ ດ້ານການສຶກສາທີ່ວາງໄວ້ສະໄໝກ່ອນ ແມ່ນບັນລຸ 3ຄາດໝາຍ ຄື:ອັດຕາເຂົ້າຮຽນລວມຊັ້ນປະຖົມ ປະຕິບັດໄດ້ 105,4% ເພີ່ມຂຶ້ນ 12%,ອັດຕາເຂົ້າຮຽນສຸດທິ ປະຕິບັດໄດ້ 99,5% ເພີ່ມຂຶ້ນ1,9%,ອັດຕາຄ້າງຫ້ອງ0% ຫຼຸດລົງ 0,3% ແລະ ອີກ 9ຄາດໝາຍແມ່ນບໍ່ທັນບັນລຸ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới