ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຈອມເພັດ ແຂວງຫຼວງພະບາງ ຄັ້ງທີ VIII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 6 ມີນາ 2025 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງ, ມີ ສະຫາຍ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຜູ້ແທນຮັບເຊີນ ແລະຜູ້ແທນສົມບູນ ຈຳນວນ 122 ສະຫາຍ, ຍິງ 6 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ 1,629 ສະຫາຍ ເຂົ້າຮ່ວມ. ສະຫາຍ ສາຍສະໝອນ ສາລີວົງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຈອມເພັດ ກ່າວໄຂກອງປະຊຸມວ່າ: ຕະຫຼອດໄລຍະ 5 ປີ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງ ເຫັນວ່າ: ທົ່ວເມືອງມີສະຖຽນລະພາບທາງການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວດ້ວຍບາດກ້າວໃໝ່, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງເປັນປຶກແຜ່ນ ທັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສິດເສລີພາບ ແລະປະຊາທິປະໄຕຂອງພົນລະເມືອງ ໄດ້ຮັບການເສີມຂະຫຍາຍ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈ ໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ, ຖັນແຖວພະນັກງານ, ສະມາຊິກພັກ ໄດ້ຮັບການບຳລຸງກໍ່ສ້າງຫຼາຍຂຶ້ນ ຕິດພັນກັບຂະບວນການວຽກງານຕົວຈິງ. ໂອກາດນີ້ ສະຫາຍ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມທຸກສະຫາຍ ຈົ່ງສຸມສະຕິປັນຍາເຊີດຊູຄວາມເປັນເຈົ້າການ ແລະຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງ ເຂົ້າໃນການຄົ້ນຄວ້າຕົກລົງບັນຫາສໍາຄັນໃຫ້ເລິກເຊິ່ງຖືກຕ້ອງ ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ ດໍາເນີນໄປດ້ວຍດີ ແລະມີຜົນສໍາເລັດຢ່າງຈົບງາມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຈອມເພັດ ຄັ້ງທີ VIII ຈະດໍາເນີນເປັນເວລາ 1 ວັນເຄິ່ງ ພາຍໃຕ້ຄຳຂັວນ: “ຍົກສູງບົດບາດການນໍາພາ ຂອງຄະນະພັກ, ຂຸດຄົ້ນທ່າແຮງບົ່ມຊ້ອນ ເພື່ອເຮັດໃຫ້ເສດຖະກິດມີຄວາມໝັ້ນທ່ຽງ, ສ້າງເມືອງໃຫ້ກາຍເປັນທີ່ດຶງດູດຂອງນັກລົງທຶນ ດ້ານການທ່ອງທ່ຽວ ທີ່ເຊື່ອມໂຍງກັບເມືອງມໍລະດົກໂລກ” ເຊິ່ງຈະໄດ້ຄົ້ນຄວ້າ ແລະຮັບຮອງເອົາຜົນສໍາເລັດການນໍາພາ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ໃນໄລຍະ 5 ປີຜ່ານມາ ແລະຮັບຮອງເອົາລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ 5 ປີຕໍ່ໜ້າ (2025-2029) ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ ສະໄໝທີ VII, ພ້ອມກັນນັ້ນ; ຈະໄດ້ປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ພາລະກິດໃນການປົກປັກຮັກສາ ແລະສ້າງສາພັດທະນາເມືອງຈອມເພັດ ໃຫ້ກ້າວຂຶ້ນເປັນເມືອງເຂັ້ມແຂງຮອບດ້ານ.
ຂ່າວ: ອາພຸດເດດ ບຸບຜາ