Unitel News
Trang chủThời sựກອງກວດກາປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແຂວງບໍລິຄໍາໄຊ ມອບສັດປ່າປະເພດຫວງຫ້າມບັນຊີ 1

ກອງກວດກາປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແຂວງບໍລິຄໍາໄຊ ມອບສັດປ່າປະເພດຫວງຫ້າມບັນຊີ 1

-

ໃນວັນທີ 5 ມີນາ 2025 ຢູ່ທີ່ຟາມລ້ຽງສັດຂອງບໍລິສັດວັນນະແສງການຄ້າ ຈໍາກັດຜູ້ດຽວ ເມືອງ ທ່າພະບາດ ແຂວງບໍລິຄໍາໄຊ, ກອງກວດກາປ່າໄມ້ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໄດ້ມອບສັດປ່າປະເພດຫ່ວງຫ້າມບັນຊີ 1 ເປັນໂຕໝີ ຈໍານວນ 2 ໂຕ (ເພດຜູ້ ແລະ ເພດແມ່) ນໍ້າໜັກ 70 ກິໂລກຼາມ ໃຫ້ກັບໂຄງການອານຸລັກໝີລາວ (FREETHEBEARS) ປະຈໍາແຂວງຫຼວງພະບາງ.

ໂດຍປະຕິບັດຕາມລະບຽບກົດໝາຍ ແລະ ທິດຊີ້ນໍາຂອງທ່ານຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ບໍລິຄໍາໄຊ ກ່ຽວກັບການນໍາເອົາສັດປ່າ (ໂຕໝີ) ຍັງມີຊີວິດທີ່ຍຶດໄດ້ຈາກການລັກລອບຂອງກຸ່ມຄົນບໍ່ດີ ຊຶ່ງສັດດັ່ງກ່າວ ແມ່ນສັດຫວງຫ້າມປະເພດ I ເພື່ອໃຫ້ສັດມີຄວາມແຂງແຮງ ແລະ ປອດໄພນັ້ນ ໃນເມື່ອກ່ອນກອງກວດກາປ່າໄມ້ແຂວງ ແມ່ນບໍ່ມີຄອກ ຫຼື ສະຖານທີ່ຂັງສັດປ່າ, ບໍ່ມີຄວາມຮູ້ທາງດ້ານວິຊາການບໍາບັດ ແຕ່ການດໍາເນີນຄະດີຕໍ່ຜູ້ລະເມີດແມ່ນຍັງຈະໄດ້ດໍາເນີນໄປຕາມຂັ້ນຕອນຂອງກົດໝາຍ ຈຶ່ງໄດ້ເອົາສັດດັ່ງກ່າວມາຂໍຝາກໄວ້ນໍາບໍລິສັດ ວັນນະແສງການຄ້າຈໍາກັດຜູ້ດຽວ ເປັນຜູ້ດູແລ ບໍາລຸງຮັກສາ ມາຮອດປັດຈຸບັນການດໍາເນີນຄະດີດັ່ງກ່າວສານໄດ້ຕັດສິນຜູ້ຖືກຫາແລ້ວ ສະນັ້ນເພື່ອໃຫ້ສອດຄ່ອງຕາມລະບຽບກົດໝາຍ ກອງກວດກາປ່າໄມ້ແຂວງ ຈຶ່ງໄດ້ມອບສັດປ່າດັ່ງກ່າວໃຫ້ກັບໂຄງການ ອານຸລັກໝີລາວ (FREETHEBEARS) ປະຈໍາແຂວງຫຼວງພະບາງ ເພື່ອສືບຕໍ່ບໍາລຸງປົກປັກຮັກສາສັດປ່າດັ່ງກ່າວໃຫ້ມີຄວາມແຂງແຮງ ແລະ ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ, ເຊິ່ງກ່າວມອບໂດຍ ທ່ານ ໄພເດດ ພັນທະວົງ ຫົວໜ້າກອງກວດກາປ່າໄມ້ແຂວງ ບໍລິຄໍາໄຊ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ລຸກ ບຣານນູນ ( Luke BRANNON ) ແລະ ເປັນກຽດເຂົ້າຮ່ວມ ໃນພິທີດັ່ງກ່າວໂດຍທ່ານ ວິທະຍາ ໂຄດພິທູນ ຮອງຫົວໜ້າພະແນກສັດນໍ້າ-ສັດປ່າ ກົມກວດກາປ່າໄມ້, ມີຫົວໜ້າຫ້ອງການກະສິກໍາປ່າໄມ້ເມືອງ, ພະນັກງານກວດກາປ່າໄມ້ແຂວງ-ເມືອງ, ພະນັກງານວິຊາການໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທີ່ມາ: ໜັງສືພິມບໍລິຄຳໄຊ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới