Unitel News
Trang chủThời sựຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII

ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII

-

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ເຟືອງຄັ້ງທີ VIII ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນຕອນເຊົ້າວັນທີ 6 ມີນາ 2025 ທີ່ສະໂມສອນເມືອງ ແຂວງວຽງຈັນ ພາຍຫລັງດຳເນີນມາເປັນເວລາ 1 ມື້ເຄີ່ງ. ມີຜູ້ແທນສົມ ບູນທັງໝົດ 142 ສະຫາຍ, ຍິງ 10 ສະຫາຍ, ຊື່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 2,342 ສະຫາຍ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ຮັບຮອງຢ່າງເປັນເອກະສັນຕໍ່ບົດລາຍງານການເມືອງຂອງຄະນະບໍລິຫານງານພັກເມືອງຄັ້ງທີ VII ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ 5 ປີ ຄັ້ງທີ III, ໃນນີ້ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VII ທີ່ຜ່ານມາ ເປັນຕົ້ນ: ບັນດາຜົນງານພົ້ນເດັ່ນ ທີ່ຍາດມາໄດ້ໃນແຕ່ລະຂົງເຂດເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ການພັດທະນາເສດຖະກິດ-ສັງຄົມ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ, ຈັງຫວະການຂະຫຍາຍຕົວສະເລ່ຍ 6.2 % ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນບັນລຸຫລາຍກວ່າ 742 ຕື້ກີບ, ສະເລ່ຍລາຍຮັບໄດ້ຫລາຍກວ່າ 14 ລ້ານກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 641 ໂດລາສະຫະລັດ, ສະເລ່ຍເຂົ້າກິນຜູ້ໜື່ງໄດ້ຮັບເຂົ້າເປືອກ 571 ກິໂລຕໍ່ຄົນຕໍ່ປີ.

ກອງປະຊຸມ ໄດ້ເປັນເອກະພາບກັນຮັບຮອງເອົາທິດທາງ ແລະ ຄາດໝາຍສູ້ຊົນຮອດປີ 2029 ພັດທະນາເສດ ຖະກິດໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໝັ້ນທ່ຽງ ແລະຖືກທິດໃນລະດັບສະເລ່ຍບໍ່ໃຫ້ຫຼຸດ 6,5% ຕໍ່ປີຂື້ນໄປ, ສຸມໃສ່ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ໃຫ້ຂະຫຍາຍຕົວເພີ່ມຂຶ້ນ, ພັດທະນາດ້ານວັດທະ ນະທໍາ-ສັງຄົມໃຫ້ມີຄຸນນະພາບ, ສະໝີພາບ, ຍຸຕິທໍາ ແລະສີວິໄລ; ປັບປຸງ, ບູລະນະລະບົບການເມືອງໃຫ້ເຂັ້ມແຂງ ແລະໜັກແໜ້ນ, ຊຸກຍູ້ຢ່າງແຂງແຮງ ການເຄື່ອນໄຫວຂອງອົງການແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ ຢ່າງເປັນຂະບວນກ້ວາງຂວາງ.

ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ໂດຍມີຜູ້ຮັບສະໝັກຮັບເລືອກຕັ້ງຈໍານວນ 27 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກເອົາ 23 ສະຫາຍ, ຍິງ 3 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກເມືອງເຟືອງ ສະໄໝທີ VIII ໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈໍາພັກເມືອງ ຈຳນວນ 7 ສະຫາຍ. ເລືອກເອົາສະຫາຍ ຄໍາເພັດ ຈັນສົມພູເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ທອງດໍາ ສີວິໄລລັກ ແລະ ສະຫາຍ ບຸນແພງ ແສງເພັດມະນີວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ເລືອກເອົາ ສະຫາຍ ອາດ ວິໄລພົນ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ສົມສັກ ແສນມະນີ ແລະ ສະຫາຍ ເຄື່ອງ ລັດຕະນະ ເປັນຮອງປະທານຄະນະກວດກາພັກເມືອງ.

ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ຄໍາພັນ ສິດທິດຳພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆວຽງຈັນ, ຊື່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນໍາ-ນຳພາຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມກັນນີ້ ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ໃຫ້ທິດຊີ້ນຳ ຄະນະພັກຊຸດໃໝ່ ສືບຕໍ່ຊີ້ນຳ-ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເຟືອງ ຄັ້ງທີ VIII ໃນ 5 ປີຕໍ່ໜ້າໃຫ້ມີຜົນສໍາເລັດຕາມທີ່ວາງຄາດໝາຍໄວ້.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới