ໃນເວທີສາກົນ, ກອງປະຊຸມປະຈຳປີຂອງ “ສອງສະພາ” ຄື: ສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ ແມ່ນກອງປະຊຸມສໍາຄັນທີ່ດຶງດູດຄວາມສົນໃຈຈາກຊາວໂລກຕະຫຼອດມາ. “ກອງປະຊຸມສອງສະພາ” ບໍ່ພຽງແຕ່ໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນດ້ານການວາງແຜນ ເພື່ອພັດທະນາເສດຖະກິດຂອງຈີນ ເທົ່ານັ້ນ, ຫາກຍັງໄດ້ສົ່ງສັນຍານກ່ຽວກັບນະໂຍບາຍ ແລະ ແນວຄິດຂອງການພັດທະນາຂອງຈີນ ທີ່ສົ່ງຜົນດີຕໍ່ບັນດາປະເທດໃນໂລກ ໂດຍສະເພາະແມ່ນປະເທດທີ່ມີການພົວພັນຮ່ວມມືກັບຈີນຢ່າງແໜ້ນແຟ້ນ, ໃນນີ້ ລວມທັງປະເທດລາວ ເຊິ່ງເປັນປະເທດຄູ່ຮ່ວມຊາຕາກໍາກັບຈີນ.
“ກອງປະຊຸມສອງສະພາ” ແມ່ນສ່ອງແສງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ທິດທາງການພັດທະນາຂອງຈີນ. ໃນໄລຍະຈັດກອງປະຊຸມດັ່ງກ່າວ ຈະມີການສະເໜີຂໍ້ຕົກລົງແລະ ທິດທາງນະໂຍບາຍຕ່າງໆ ທີ່ສຳຄັນ ເພື່ອປຶກສາຫາລືຮ່ວມກັນ.
ຕອນເຊົ້າວັນທີ 5 ມີນານີ້, ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນ ສະໄໝທີ 14 ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ພ້ອມດ້ວຍຜູ້ນຳພັກ-ລັດທ່ານອື່ນໆໄດ້ເຂົ້າຮ່ວມ. ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນ ໄດ້ຂຶ້ນຜ່ານບົດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານຂອງລັດຖະບານຈີນໃນ 1 ປີຜ່ານມາ ແລະ ທິດທາງແຜນການປະຕິບັດວຽກງານໃນປີນີ້ ເຊິ່ງລວມທັງການພັດທະນາກຳລັງການຜະລິດທີ່ມີຄຸນນະພາບໃໝ່, ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ການເລັ່ງລັດການຫັນເປັນແບບສີຂຽວຢ່າງຮອບດ້ານຂອງການພັດທະນາເສດຖະກິດ-ສັງຄົມ, ການພັດທະນາເສດຖະກິດດີຈີຕອນ ແລະອື່ນໆ. ຈີນ ແລະ ລາວ ແມ່ນຄູ່ຮ່ວມຊາຕາກຳທີ່ມີຜົນປະໂຫຍດຮ່ວມຢ່າງກວ້າງຂວາງ. ແນວຄິດ ແລະ ທິດທາງການພັດທະນາດັ່ງກ່າວຂອງຈີນໄດ້ສ້າງພື້ນທີ່ ແລະ ພື້ນຖານການຮ່ວມມືຢ່າງກວ້າງຂວາງໃຫ້ແກ່ການຮ່ວມມືຂອງສອງປະເທດຈີນ-ລາວ.
ເມື່ອສັງເກດຕີລາຄາແລ້ວເຫັນວ່າ: ກ່ອນອື່ນ, ການພັດທະນາກຳລັງການຜະລິດທີ່ມີຄຸນນະພາບໃໝ່ໂດຍອີງຕາມສະພາບຕົວຈິງຂອງທ້ອງຖິ່ນ ແລະ ເລັ່ງລັດຫັນເປັນແບບສີຂຽວຢ່າງຮອບດ້ານຂອງການພັດທະນາເສດຖະກິດ-ສັງຄົມ ສາມາດເປັນບົດຮຽນທີ່ສຳຄັນໃຫ້ແກ່ການພັດທະນາຂອງລາວ. ປະເທດລາວ ມີຊັບພະຍາກອນດ້ານພະລັງງານແສງຕາເວັນ, ແຮງລົມ ແລະ ນ້ຳຢ່າງອຸດົມສົມບູນ.
ໃນເມື່ອກ່ອນ, ຍ້ອນມີຄວາມຈຳກັດດ້ານເຕັກນິກ ແລະ ງົບປະມານ, ພະລັງງານທີ່ສະອາດເຫຼົ່ານີ້ຈຶ່ງບໍ່ໄດ້ຮັບການພັດທະນາ ແລະ ນຳໃຊ້ຢ່າງເຕັມທີ່. ຈີນ ໄດ້ຮັບຜົນສຳເລັດເປັນຢ່າງດີໃນດ້ານການປະດິດສ້າງໃໝ່ຢ່າງພົ້ນເດັ່ນໃນຂົງເຂດພະລັງງານສະອາດ, ໃນນີ້ ລວມທັງເຕັກນິກພະລັງງານແສງຕາເວັນ, ພະລັງງານລົມ ແລະ ພະລັງງານນ້ຳ ພ້ອມດ້ວຍການນຳໃຊ້ເຕັກນິກສົ່ງໄຟ້ຟ້າແຮງສູງໂດຍທົ່ວໄປ. ໃນຊຸມປີຜ່ານມາ, ວິສາຫະກິດຈີນໄດ້ເຂົ້າຮ່ວມການກໍ່ສ້າງໂຄງການພະລັງງານສະອາດຂອງລາວ ທີ່ລວມທັງພະລັງງານນ້ຳ, ພະລັງງານລົມ ແລະ ພະລັງງານແສງຕາເວັນ ເຊິ່ງໄດ້ສ້າງພະລັງຂັບເຄື່ອນໃໝ່ທີ່ແຂງແຮງໃຫ້ແກ່ການຫັນເປັນສີຂຽວຂອງລາວ.
ສອງ, ໃນຂົງເຂດເສດຖະກິດການຄ້າ, ການຮ່ວມມືຈີນ-ລາວໄດ້ຮັບໝາກຜົນຢ່າງອຸດົມສົມບູນ ແລະ ມີອະນາຄົດຢ່າງກວ້າງຂວາງຮ່ວມກັນ. ຈີນ ເປັນປະເທດໃຫຍ່ອັນດັບໜຶ່ງໃນຈໍານວນ 50 ກວ່າປະເທດທີ່ເຂົ້າໄປລົງທຶນຢູ່ລາວ ແລະ ເປັນຄູ່ການຄ້າໃຫຍ່ອັນດັບສອງຂອງລາວ. ຄຽງຄູ່ກັບຈີນເປີດ ກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງບໍ່ຢຸດຢັ້ງ, ຜະລິດຕະພັນກະສິກຳ, ຜະລິດຕະພັນຫັດຖະກຳ ແລະ ສິນຄ້າອື່ນໆ ຂອງລາວຈະສາມາດເຂົ້າສູ່ຕະ ຫຼາດຂອງຈີນໄດ້ຢ່າງສະດວກສະບາຍກວ່າເກົ່າ ເຊິ່ງບໍ່ພຽງແຕ່ຈະເປີດກວ້າງພື້ນທີ່ຕະ ຫຼາດໃຫ້ແກ່ຜະລິດຕະພັນຂອງລາວເທົ່ານັ້ນ, ຫາກຍັງຈະເຮັດໃຫ້ລູກຄ້າຂອງຈີນສາມາດເຂົ້າເຖິງສິນຄ້າທີ່ດີມີຄຸນນະພາບຂອງລາວໄດ້ຫຼາຍກວ່າເກົ່າອີກດ້ວຍ; ໃນຂະນະດຽວກັນ, ວິສາຫະກິດຂອງຈີນ ກໍຈະເພີ່ມການລົງທຶນຢູ່ລາວ ເພື່ອເພີ່ມກຳລັງໃຫ້ແກ່ການພັດທະນາອຸດສາຫະກຳຂອງລາວ. ນອກນີ້, ນັບແຕ່ທາງລົດໄຟລາວ-ຈີນເປີດການນຳໃຊ້ເປັນຕົ້ນມາ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 48 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 54 ລ້ານໂຕນ ເຊິ່ງເປັນການຊຸກຍູ້ການໄປມາຫາສູ່ກັນລະຫວ່າງປະຊາຊົນ, ການຄ້າ ແລະ ການຈໍລະຈອນສິນຄ້າ. ໃນອະນາຄົດ, ທາງລົດໄຟສາຍນີ້ຈະເສີມຂະຫຍາຍບົດບາດທີ່ສຳຄັນກວ່າເກົ່າໃນການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກນີ້ ແລະ ກາຍເປັນສາຍພານທີ່ເຊື່ອມຕໍ່ຈີນແລະ ລາວ ກໍຄືບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນ.
ສິ່ງທີ່ໜ້າເວົ້າເຖິງເປັນພິເສດນັ້ນກໍຄື ໃນປີຜ່ານມາ, ຈີນ ມີຄວາມຄືບໜ້າຢ່າງພົ້ນເດັ່ນໃນຂົງເຂດປັນຍາປະດິດ ຫຼື AI. ຄິດວ່າເພື່ອນມິດຊາວລາວທັງຫຼາຍອາດຈະໄດ້ຮູ້ຂ່າວແລ້ວວ່າ ບັນດາວິສາຫະກິດຈີນ ໂດຍສະເພາະ DeepSeek ເປັນຕົ້ນ ໄດ້ພັດທະນາກ້າວຂຶ້ນຢ່າງວ່ອງໄວ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງຕົວຈິງຂອງຈີນໃນຂົງເຂດ ປັນຍາປະດິດ.
ໃນບົດລາຍງານວຽກງານຂອງລັດຖະບານຈີນປີນີ້ ໄດ້ລະບຸວ່າ: ຈີນ ຈະສືບຕໍ່ຊຸກຍູ້ຄວາມມີຊີວິດຊີວາດ້ານການປະດິດສ້າງໃໝ່ຂອງເສດຖະກິດດີຈີຕອນ, ສືບຕໍ່ຊຸກຍູ້ການເຄື່ອນໄຫວ “ປັນຍາປະດິດ+”, ສະໜັບສະໜູນການນຳໃຊ້ແບບຈຳລອງໃຫຍ່ຢ່າງກວ້າງຂວາງ ແລະ ອອກແຮງພັດທະນາອຸປະກອນປາຍທາງອັດສະລິຍະ ແລະ ເຄື່ອງຈັກອັດສະລິຍະສຳລັບການຜະລິດອຸດສາຫະກຳຮຸ່ນໃໝ່. ທີ່ຈິງແລ້ວ, ຈີນ ໄດ້ຍຶດໝັ້ນແນວຄິດໂອເພັນຊອສ ແລະ ຊົມໃຊ້ຮ່ວມກັນຢ່າງສະເໝີຕົ້ນສະເໝີປາຍ, ຊຸກຍູ້ການນໍາໃຊ້ເຕັກໂນໂລຊີປັນຍາປະດິດໃນຂອບເຂດທົ່ວໂລກ, ປະກອບສ່ວນດ້ານ “ສະຕິປັນຍາຂອງຈີນ” ເຂົ້າໃນການພັດທະນາຂອງໂລກ. ກ່ອນໜ້ານີ້ບໍ່ດົນ, ຈີນ ແລະ ລາວ ໄດ້ຮ່ວມກັນລົງນາມໃນສັນຍາວ່າດ້ວຍການຮ່ວມກັນສ້າງສູນຮ່ວມມືການປະດິດສ້າງໃໝ່ດ້ານປັນຍາປະດິດ ຫຼື AI ເພື່ອຊ່ວຍລາວສ້າງແບບຈຳລອງ AI ຂະໜາດໃຫຍ່ຂອງຕົນເອງ ແລະ ຄວບຄຸມດ້ວຍຕົນເອງ. ເຊື່ອໝັ້ນວ່າ: ພາຍໃຕ້ຄວາມພະຍາຍາມຮ່ວມຂອງສອງຝ່າຍ, ປັນຍາປະດິດຈະສາມາດສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ການຮ່ວມມືຂອງສອງປະເທດ ຈີນ-ລາວ.
ແນ່ນອນແລ້ວ, ໂອກາດການຮ່ວມມືລະຫວ່າງຈີນກັບລາວ ນັບແຕ່ນີ້ຕໍ່ໄປ ຍັງມີອີກຫຼາຍດ້ານ ເຊັ່ນ: ການທ່ອງທ່ຽວ, ການສຶກສາ, ວັດທະນະທຳ ແລະອື່ນໆ ເຊິ່ງກໍມີຄວາມສາມາດບົ່ມຊ້ອນອັນມະຫາສານ.
ເຊື່ອໝັ້ນຢ່າງໜັກແໜ້ນວ່າ: ພາຍຫຼັງສໍາເລັດ “ກອງປະຊຸມສອງສະພາ” ແຫ່ງຊາດຈີນໃນຄັ້ງນີ້, ຈະເຮັດໃຫ້ການຮ່ວມມືລະຫວ່າງຈີນ-ລາວ ໄດ້ຮັບການເສີມຂະຫຍາຍນັບມື້ກ້າວຂຶ້ນສູ່ລະດັບໃໝ່ ເພື່ອນໍາເອົາຄວາມຜາສຸກ ແລະ ຄວາມຈະເລີນສີວິໄລມາໃຫ້ປະຊາຊົນສອງປະເທດ ຈີນ-ລາວ ນັບມື້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາຂອງພາກພື້ນນັບມື້ຫຼາຍຂຶ້ນກວ່າເກົ່າ.