Unitel News
Trang chủThời sựຫວຽດນາມ ຍົກເວັ້ນຄ່າຮຽນໃຫ້ນັກຮຽນພາກລັດ ນັບແຕ່ຊັ້ນອະນຸບານຈົນຮອດຊັ້ນມັດທະຍົມຕອນປາຍ ນັບແຕ່ສົກປີ 2025–2026 ເປັນຕົ້ນໄປ

ຫວຽດນາມ ຍົກເວັ້ນຄ່າຮຽນໃຫ້ນັກຮຽນພາກລັດ ນັບແຕ່ຊັ້ນອະນຸບານຈົນຮອດຊັ້ນມັດທະຍົມຕອນປາຍ ນັບແຕ່ສົກປີ 2025–2026 ເປັນຕົ້ນໄປ

-

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ5 ມີນານີ້ວ່າ: ເລີ່ມແຕ່ສົກປີ 2025–2026, ກົມການເມືອງສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນທຸກຄົນໃນໂຮງຮຽນພາກລັດ ເລີ່ມຈາກຊັ້ນອະນຸບານຈົນຮອດຊັ້ນມັດທະຍົມຕອນປາຍໃນທົ່ວປະເທດ.

ນະໂຍບາຍນີ້ ມີຄວາມໝາຍຍິ່ງໃຫຍ່, ສະແດງໃຫ້ເຫັນເຖີງວິໄສທັດຍຸດທະສາດຂອງພັກ, ລັດຖະບານຫວຽດ ນາມໃນການພັດທະນາແຫລ່ງຊັບພະຍາກອນມະນຸດ ແລະ ຍົກສູງສະຫວັດດີການສັງຄົມ. ພາຍຫລັງລັດຖະບານ ລາຍງານກ່ຽວກັບຄວາມສາມາດໃນການຮັກສາຄວາມດູ່ນດຽງດ້ານການເງິນ ຍ້ອນການປັບປຸງກົງຈັກໃຫ້ກະທັດລັດລົງ.

ຕາມສະຖະຕິຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ເປີດເຜີຍວ່າ: ນະໂຍບາຍນີ້ ຈະມີດີຕໍ່ນັກຮຽນຫລາຍກ່ວາ 23 ລ້ານຄົນ ນັບແຕ່ຊັ້ນອະນຸບານ, ປະ ຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ (ບໍ່ລວມມີນັກຮຽນ ຢູບັນດາສູນສຶກສາ ວິຊາຊີບ ແລະ ສຶກສາປະຈໍາ). ເພື່ອປະຕິບັດການຍົກເວັ້ນຄ່າຮຽນດັ່ງກ່າວ ລັດຖະບານຫວຽດນາມ ຕ້ອງໄດ້ຈັດສັນເງິນ ຈຳນວນ 30.000 ຕື້ດົ່ງ (ປະມານ 1,26 ຕື້ໂດລາສະຫະລັດ) ຕໍ່ປີ.

May be an image of 17 people and child

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới