Unitel News
Trang chủThời sự1 ປີຜ່ານມາ ຢູ່ນະຄອນຫຼວງພະບາງ ມີຄະດີເກີດຂຶ້ນ ທັງໝົດ 649 ເລື່ອງ, ຈັບຜູ້ຖືກຫາໄດ້ 335 ຄົນ

1 ປີຜ່ານມາ ຢູ່ນະຄອນຫຼວງພະບາງ ມີຄະດີເກີດຂຶ້ນ ທັງໝົດ 649 ເລື່ອງ, ຈັບຜູ້ຖືກຫາໄດ້ 335 ຄົນ

-

ອີງຕາມຂໍ້ມູນຈາກກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງກອງບັນຊາການ ນະຄອນ-ຫຼວງພະບາງ, ແຂວງຫລວງພະບາງ ຈັດຂຶ້ນໃນວັນທີ 5 ມີນາ 2025 ໃຫ້ຮູ້ວ່າ: 1 ປີຜ່ານມາ ນອກຈາກການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ນາຍແລະພົນຕຳຫຼວດ ຢ່າງຕໍ່ເນື່ອງ ຍັງໄດ້ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຕາມທິດ 3 ສ້າງ ໂດຍໄດ້ຖືເອົາການປະຕິບັດ 4 ຄາດໝາຍຂອງພັກ ແລະ 4 ແຜນງານໃຫ່ຍ, 41 ໂຄງການທີ່ກະຊວງ ປກສ ວາງອອກຢ່າງມີປະສິດທິຜົນສູງ. ໃນ 1 ປີຜ່ານມາ ມີຄະດີເກີດຂຶ້ນ ທັງໝົດ 649 ເລື່ອງ, ຜູ້ຖືກຫາ 335 ຄົນ ຍິງ 91 ຄົນ, ໃນນີ້ສາມາດດຳເນີນຄະດີ ໄດ້ 465 ເລື່ອງ,ຜູ້ຖືກຫາ 281 ຄົນ ຍິງ 62 ຄົນ.

ພາບ-ຂ່າວ: ປກສ ແຂວງຫຼວງພະບາງ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới