Unitel News
Trang chủThời sựປະກາດຮັບຮອງບ້ານເວີນໄຊ ເປັນຕົວເມືອງນ້ອຍໃນຊົນນະບົດ

ປະກາດຮັບຮອງບ້ານເວີນໄຊ ເປັນຕົວເມືອງນ້ອຍໃນຊົນນະບົດ

-

ຕອນເຊົ້າວັນທີ 6 ມີນາ 2025 ທີ່ວັດໂພໄຊຍະລາມ ບ້ານເວີນໄຊ, ເມືອງໂພນທອງ ແຂວງຈໍາປາສັກ ໄດ້ຈັດພິທີປະກາດຮັບຮອງບ້ານເວີນໄຊ ເປັນຕົວເມືອງນ້ອຍໃນຊົນ ນະບົດ ໂດຍການເຂົ້າຮ່ວມຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຈຳປາສັກ.

ບ້ານເວີນໄຊ ເປັນບ້ານໜຶ່ງທີ່ຂຶ້ນກັບກຸ່ມ VIII ເວີນໄຊ ເມືອງໂພນທອງ ທີ່ໄດ້ຮັບການ ສ້າງຕັ້ງຂື້ນມາແລ້ວ 300 ກວ່າປີ, ຕັ້ງຢູ່ຫ່າງຈາກເທດສະບານເມືອງ ໂພນທອງ ທາງທິດຕາເວັນຕົກ ປະມານ 37 ກິໂລແມັດ. ທິດເໜືອຕິດກັບບ້ານໜອງໄຮທ່າ, ທິດໄຕ້ຕິດກັບບ້ານຂະໜາດ, ທິດຕາເວັນອອກຕິດກັບແມ່ນໍ້າຂອງ, ທິດຕາເວັນຕົກຕິດກັບ ບ້ານກຸດນໍ້າອຸ່ນ ກຸ່ມ 5 ໂນນຄຸນ. ບ້ານເວີນໄຊ ມີ376 ຫຼັງຄາເຮືອນ, 468 ຄອບຄົວ, ພົນລະເມືອງທັງໝົດ 2.441 ຄົນ, ຍິງ 1.144 ຄົນ,

ຜ່ານການປະເມີນສ້າງເປັນຕົວເມືອງນ້ອຍໃນຊົນນະບົດ ເຫັນວ່າໄດ້ຕາມ 16 ມາດຕະຖານ, ໃນນີ້ ມາດຖານທີ 1: ເປັນບ້ານພັດທະນາໃນຊົນນະບົດ: ຜ່ານການປະເມີນຕາມມາດຖານແລ້ວ ເຫັນວ່າບ້ານເວີນໄຊ ສາມາດບັນລຸໄດ້ 100% ຂອງມາດຕະຖານລວມ ແລະ ມີເງື່ອນໄຂຮັບຮອງເປັນບ້ານພັດທະນາ.

ມາດຕະຖານທີ 2: ບ້ານທີ່ມີຫົວໜ່ວຍເປັນສິນຄ້າ, ການບໍລິການ, ກຸ່ມການຜະ ລິດ: ການຜະລິດສິນຄ້າຕົນຕໍຂອງ ບ້ານແມ່ນ: ການປູກເຂົ້າ, ລ້ຽງສັດ ແລະ ມີຫົວ ໜ່ວຍທຸລະກິດຊື້ – ຂາຍ ພາຍໃນບ້ານ ດັ່ງນີ້: ບ້ານເວີນໄຊ ມີ ເນື້ອທີ່ກະສິກຳ 808,20 ເຮັກຕາ, ສະມັດຕະພາບຜົນຜະລິດ 3,5 ໂຕນ/ເຮັກຕາ, ຜົນຜະລິດລວມ 228,77 ໂຕນ ແລະ ສະເລ່ຍໃສ່ຫົວຄົນ 1,262 ກິໂລ/ຄົນ, ມີຄວາຍ 180 ໂຕ, ງົວ 840ໂຕ, ໝູ 45 ໂຕ, ສັດປີກ 8.500 ໂຕ, ໂດຍຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຫ້ອງການກະສິກຳເມືອງໂພນທອງ ອົງການປົກຄອງບ້ານ ໄດ້ໂຄສະນາໃຫ້ພໍ່ແມ່ປະຊາຊົນ ໄດ້ປະສານສົມທົບໜ່ວຍງານທີ່ກ່ຽວຂ້ອງ ໃນການຄຸ້ມຄອງອຸດສະຫາກຳ ຫັດຖະກຳຂອງບ້ານ ໄດ້ເຄື່ອນໄຫວສອງຄ່ອງຕາມລະບຽບກົດໝາຍ ເຊັ່ນ ການຂື້ນທະບຽນອື່ນໆພາຍໃນບ້ານຄື ໂຮງງານນໍ້າດື່ມ 2 ແຫ່ງ, ໂຮງງານນໍ້າກ້ອນ 2 ແຫ່ງ, ໂຮງສີເຂົ້າ 1 ແຫ່ງ, ປໍ້ານໍ້າມັນ1ແຫ່ງ ແລະ ຢູ່ພາຍໃນບ້ານເວີນໄຊ ແມ່ນໄຊ້ ໄຟຟ້າກວມ 100% ອົງການປົກຄອງບ້ານ ໄດ້ເກັບກຳຂໍ້ມູນການຄ້າ ຂອງບຸກຄົນພາຍໃນບ້ານ ລວມມີຮ້ານຄ້າ 36 ຮ້ານ ແລະ ອື່ນໆ.

ໃນພິທີ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ,ປະທານສະພາປະຊາຊົນແຂວງຈຳປາສັກ ໄດ້ມອບໃບຮັບຮອງຂອງທ່ານເຈົ້າແຂວງຈຳປາສັກ ລົງວັນທີ 13 ກຸມພາ 2025. ວ່າດ້ວຍດານຮັບຮອງບ້ານໃຫຍ່ ເວີນໄຊກາຍເປັນຕົວເມືອງນ້ອຍໃນຊົນນະບົດ ຮັບໂດຍ ທ່ານ ດອນ ອຳຄາວົງ ເລຂາຄະນະພັກຮາກຖານ,ນາຍບ້ານໆເວີນໄຊ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới