Unitel News
Trang chủThời sựເປີດການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ

ເປີດການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ

-

ວັນທີ 5 ມີນາ ນີ້, ກົມພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ເປີດການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ນາງ ແຊນນີ ແຄມເບວ ຫົວໜ້າທະນາຄານພັດທະນາອາຊີ ປະຈໍາລາວ.

ການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ ແມ່ນໂຄງການໜຶ່ງທີ່ມີຈຸດປະສົງ ແລະ ເປົ້າໝາຍ ເພື່ອສຸມໃສ່ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ການປັບປຸງການຄໍ້າປະກັນດ້ານສະບຽງອາຫານ, ດ້ານໂພຊະນາການ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດໃນ ສປປ ລາວ. ໂຄງການຍັງມີການຂະຫຍາຍການຈັດຕັ້ງປະຕິບັດແຜນງານໃຫ້ເງິນອຸດໜູນແບບມີເງື່ອນໄຂ (CCT) ທີ່ກຳລັງດໍາເນີນການຢູ່ຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄລຍະ 2 (ລພຊ 2) ເພື່ອມາສະໜັບສະໜູນໃຫ້ແມ່ຍິງຖືພາ ແລະ ເດັກນ້ອຍທີ່ມີອາຍຸຕໍ່າກວ່າ 2 ປີ (ຫຼື 1,000 ວັນ) ທີ່ນອນໃນຄອບຄົວທຸກຍາກ ຕາມການປະເມີນມາດຕະຖານຄວາມທຸກຍາກ ແລະ ການພັດທະນາ ໂດຍອີງໃສ່ ດຳລັດ 348/ລບ.

ໂຄງການສ້າງຄວາມເຂັ້ມແຂງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ ໄດ້ຮັບທຶນກູ້ຢືມ ຈາກທະນາຄານພັດທະນາອາຊີ, ມີໄລຍະເວລາຈັດຕັ້ງປະຕິບັດ 5 ປີ (2025–2029), ງົບປະມານທັງໝົດ 32 ລ້ານໂດລາ ຊຶ່ງຈັດຕັ້ງປະຕິບັດ ຢູ່ 4 ແຂວງ 16 ເມືອງ.

ທີ່ມາ: ຂ່າວກະຊວງກະສິກໍາ ແລະ ປ່າໄມ້

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới