Unitel News
Trang chủThời sựເສດຖະກິດເມືອງວຽງໄຊ ຂະຫຍາຍຕົວ 3,85%ຕໍ່ປີ

ເສດຖະກິດເມືອງວຽງໄຊ ຂະຫຍາຍຕົວ 3,85%ຕໍ່ປີ

-

ສະຫາຍ ສິງພອນ ທິດສະຫວັນ, ຮອງເລຂາພັກເມືອງວຽງໄຊ ໃຫ້ຮູ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງວຽງໄຊ ຄັ້ງທີ XII ໃນວັນທີ 6 ມີນາ 2025 ວ່າ: ໃນໄລຍະ 5 ປີ ຜ່ານມາ, ເສດຖະກິດ ເມືອງວຽງໄຊ ແຂວງຫົວພັນ ຂະຫຍາຍຕົວ ສະເລ່ຍ 3,85%ຕໍ່ປີ, ລວມມູນຄ່າຜະລິດຕະພັນພາຍໃນ ບັນລຸ 948 ຕື້ກວ່າກີບ, ທຽບໃສ່ແຜນ ປະຕິບັດໄດ້ 88,49% ສະເລ່ຍໃສ່ຫົວຄົນໄດ້ 6 ລ້ານກວ່າກີບຕໍ່ຄົນຕໍ່ປີ.

ສຳລັບການໄດ້ລົງເລິກຕິດແທດເຖິງຮາກຖານ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມ, ປະຕິບັດບ້ານປ້ອມໝັ້ນສູ້ຮົບໄດ້ 3 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 47 ບ້ານ ຂອງຈຳນວນບ້ານທັງໝົດ, ບ້ານປ້ອງກັນຄວາມສະຫງົບດີໄດ້ 78 ບ້ານ ປະຕິ ບັດໄດ້ 117,87%, ບ້ານປອດຢາເສບຕິດໄດ້ 67 ບ້ານ ທຽບໃສ່ມະຕິ XI ປະຕິບັດໄດ້ 100%, ເມືອງວຽງໄຊ ຍັງໄດ້ສ້າງຕັ້ງກອງທຶນຕ້ານຢາເສບຕິດ ເພື່ອໝູນໃຊ້ເຂົ້າໃນວຽກງານ ສະກັດກັ້ນ-ຕ້ານຢາເສບຕິດຢູ່ຂັ້ນເມືອງ.

ທ່ານໃຫ້ຮູ້ຕື່ມວ່າ: ທົ່ວເມືອງສ້າງລາຍຮັບໄດ້ 18 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 115,60%, ປະຕິບັດລາຍຈ່າຍໄດ້ 46 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 130,18%; ລະດົມເງິນຝາກ 168,8 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 75,3%, ປ່ອຍກູ້ 69,9 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 70,96%; ມີວິສາຫະກິດຂຶ້ນທະບຽນ 455 ຫົວໜ່ວຍ, ໂຮງງານນໍ້າດື່ມ 7 ແຫ່ງ, ໂຮງງານດີນຈີ່ 1 ແຫ່ງ, ໂຮງປັ້ນດິນບ໋ອກ 32 ຫົວໜ່ວຍ; ມູນຄ່າສົ່ງອອກສິນຄ້າບັນລຸ 104 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 45,92%, ມູນຄ່ານໍາເຂົ້າສິນຄ້າ 37 ຕື້ກວ່າກີບ ທຽບໃສ່ແຜນປະຕິ ບັດໄດ້ 21,46%, ມີເສັ້ນທາງທຽວໄດ້ 2 ລະດູ ກວມ 76,4% ຂອງບ້ານທົ່ວເມືອງມ ມີບໍລິສັດເຂົ້າມາດໍາເນີນກິດຈະການແຮ່ທາດ 39 ໂຄງການ, ທົ່ວເມືອງມີໄຟຟ້າໃຊ້ 99 ບ້ານກວມ 95,19% ຂອງບ້ານທົ່ວເມືອງ, ອອກໃບຕາດິນຖາວອນໃຫ້ແກ່ບຸກຄົນ, ນິຕິບຸກຄົນໄດ້ 7.429 ຕອນ ທຽບແຜນປະຕິບັດໄດ້ 148,58%, ມີສັນຍານໂທລະສັບຄວບຄຸມພື້ນທີ່ກວມເອົາ 86,4% ຂອງບ້ານທົ່ວເມືອງ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới