ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວັນທີ 10 ມີ ນາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຫວຽດນາມ ໄດ້ເຂົ້າຮ່ວມພິທີສະເຫລີມ ສະຫລອງ 30 ປີ ທີ່ຫວຽດນາມ ເຂົ້າເປັນສະມາ ຊິກອາຊຽນ (1995-2025).
ໃນໂອກາດນີ້ ທ່ານ ເລຂາທິການໃຫຍ່ ຫວຽດນາມ ເຊື່ອໝັ້ນວ່າ: ອາຊຽນ ຈະໄດ້ຮຫບການພັດທະນາຢ່າງແຮງ ແລະ ກາຍເປັນພື້ນຖານເສດຖະກິດໃຫຍ່ ອັນດັບທີ 4 ຂອງໂລກໃນປີ 2030, ດ້ວຍຕະຫລາດຜູ້ບໍລິໂພກຫລາຍກ່ວາ 800 ລ້ານຄົນ, ພ້ອມທັງ ຈະກາຍເປັນສູນເຕັກໂນໂລຊີ, ເສດຖະກິດດີຈີຕອນ ແລະ ນະວັດ ຕະກຳ, ດ້ວຍພື້ນຖານເສດຖະກິດດີຈີຕອນຂອງອາຊຽນ ພວມໄດ້ຮັບການພັດທະນາ ໂດຍໄວ ແລະ ຄາດວ່າ ຈະບັນລຸ 1 ພັນຕື້ໂດລາສະຫະລັດ ໃນປີ 2030.
ຢ່າງໃດກໍຕາມ, ຕໍ່ໜ້າບັນດາການຜັນແປທີ່ສັບສົນໃນປັດຈຸ ບັນ, ເພື່ອສືບຕໍ່ຢັ້ງຢືນຖານະບົດບາດ ໃຈກາງຂອງອາຊຽນ. ອາ ຊຽນ ຕ້ອງເພີ່ມທະວີ ຄວາມເຫັນດີຮ່ວມກັນຜ່ານການປຶກສາ ຫາລື, ສົນທະນາ ເພື່ອຜົນປະໂຫຍດລະຫວ່າງບັນດາປະເທດສະມາຊິກ, ຍົກສູງຄວາມຮັບຮູ້ ປະຊາຄົມ ແລະ ຄວາມເປັນເຈົ້າ ການ, ຄວາມຕັ້ງໜ້າທີ່ມາຈາກແຕ່ລະປະເທດສະມາຊິກ ໃນການຊອກຫາຜົນປະໂຫຍດລວມ, ສີສັນລວມ ແລະ ມູນຄ່າ ລວມຂອງອາຊຽນ.
ທ່ານ ເລຂາທິການໃຫຍ່ ຢັ້ງຢືນຄືນວ່າ ຫວຽດນາມ ຈະສືບຕໍ່ຮ່ວມແຮງຮ່ວມໃຈ ພ້ອມກັບ ບັນດາປະເທດສະມາຊິກອາຊຽນ ຫັນພາລະກິດປະຫວັດສາດຂອງຫວຽດນາມໃຫ້ປະກົດຜົນເປັນຈິງ, ເຜີຍແຜ່ກ່ຽວກັບຜົນສຳເລັດຂອງອາຊຽນ ເພື່ອໃຫ້ອາຊຽນສືບຕໍ່ແມນແບບຢ່າງປະສົບຜົນສຳເລັດກ່ຽວກັບການເຊື່ອມຕໍ່, ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງຊຸກຍູ້ໃຫ້ແກ່ຄວາມສາມັກຄີ ແລະ ການຮ່ວມມືພັດທະນາຢູ່ຫລາຍແຫ່ງ ໃນໂລກ.
