Unitel News
Trang chủThời sựເມືອງປາກລາຍ ຈັດຕັ້ງປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ

ເມືອງປາກລາຍ ຈັດຕັ້ງປາຖະກະຖາວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ

-

ວັນທີ 7 ມີນາ 2025 ນີ້ຢູ່ທີຫໍປະຊຸມໃຫຍ່ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຕັ້ງພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ( 22/03/1955-22/03/2025) ແລະ ວັນແມ່ຍິງສາກົນ ຄົບຮອບ 115 ປີ (8/03/1910) ໂດຍພາຍໃຕ້ການເປັນປະທານ ແລະ ໃຫ້ກຽດປາຖະກະຖາຂອງສະຫາຍ ຄໍາຝັ້ນ ວົງສະຫວັນ ຮັກສາການແທນເລຂາພັກເມືອງ ຮັກສາການແທນເຈົ້າເມືອງໆປາກລາຍ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ໂຮງໝໍ, ໂຮງຮຽນ, ຮາກຖານບ້ານ ແລະ ສະມາຊິກສະຫະພັນແມ່ຍິງເມືອງເຂົ້າຮ່ວມ.

ໃນພິທີ ສະຫາຍ ຄຳຝັ້ນ ວົງສະຫວັນ ຮັກສາການແທນເຈົ້າເມືອງປາກລາຍ ກໍ່ໄດ້ຍົກໃຫ້ເຫັນການກຳເນີດ, ການຕໍ່ສູ້ຢ່າງພິລະອາດຫານ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສອງວັນສຳຄັນດັ່ງກ່າວ ທ່ານໄດ້ຍົກໃຫ້ເປັນບາງຕອນວ່າ: ພັກປະຊາຊົນ ປະຕິວັດລາວ ແມ່ນພັກການເມືອງສູງສຸດໃນລະບົບການເມືອງຂອງ ສປປ ລາວ ແລະ ເປັນພັກກໍາອຳນາດໃນລະບອບປະຊາທິປະໄຕ ປະຊາຊົນລາວ ຊຶ່ງເປັນຜູ້ນໍາພາ-ຊີ້ນໍາວຽກງານຮອບດ້ານ ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ. ພັກປະຊາຊົນ ປະຕິວັດລາວ ຫລື ພັກປະຊາຊົນລາວ ໃນເມື່ອກ່ອນ ນັບແຕ່ໄດ້ຮັບການປະກາດສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ໄດ້ສ້າງກົດລະບຽບພັກ ສະໄໝທີ I ພ້ອມທັງວາງໂຄງການການເມືອງ ທີ່ສັງລວມຈາກພຶດຕິກໍາຕົວຈິງ, ວາງແຜນຍຸດທະສາດໃນຕໍ່ໜ້າໃຫ້ສອດຄ່ອງແທດເໝາະກັບສະພາບການ ແລະ ສະພາບຈຸດພິເສດຂອງປະເທດຊາດໃນເວລານ້ັນ ແລະ ໃນແຕ່ລະໄລຍະ, ຊຶ່ງກ່ອນອື່ນ ໝົດແມ່ນສືບຕໍ່ນໍາພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຂັບໄລ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ພວກລູກແຫລ້ງຕີນມືປະຕິການຂາຍຊາດເພື່ອກອບກູ້ເອົາເອກະລາດ, ປະຊາທິປະໄຕ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນ, ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງບົນພື້ນຖານການໝູນໃຊ້ທິດສະດີມາກ-ເລນິນ, ບາງບົດຮຽນ, ພຶດຕິກໍາທີ່ພົ້ນເດັ່ນຂອງຄະນະພັກແຄວ້ນລາວ, ແນວລາວອິດສະຫລະ ແລະ ຂະບວນການລຸກຮື້ຂຶ້ນຂອງປະຊາຊົນລາວ ໃນເມື່ອກ່ອນເປັນພື້ນຖານໂດຍຖືເອົາການຕໍ່ສູ້ທາງດ້ານການທະຫານ ຄຽງຄູ່ກັບການຕໍ່ສູ້ທາງດ້ານການເມືອງ ໂດຍໄດ້ຮັບການສະໜັບສະໜູນຈາກພັກການເມືອງທີ່ຍຶດຖື ແລະ ເດີນຕາມເສັ້ນທາງລະບົບສັງຄົມນິຍົມ ໂດຍສະເພາະພັກກອມມູນິດຫວຽດນາມ ແລະ ພັກການເມືອງອື່ນໆທີ່ຮັກຫອມສັນຕິພາບ. ສໍາລັບຢູ່ເມືອງປາກລາຍ ໃນປັດຈຸບັນແມ່ນໄດ້ຖືເອົາການສ້າງຂະບວນການຮອບດ້ານຂໍ່ານັບຊົມເຊີຍວັນດັ່ງກ່າວ, ກະກຽມຜັນຂະຫຍາຍແຈ້ງການຂອງຂັ້ນເທິງ, ອອກຂ່າວໂຄສະນາວຽກງານຂະບວນການທົ່ວເມືອງ, ລຸລ່ວງການຈັດຕັ້ງທຸກຂັ້ນ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງພັກປະຊາຊົນປະຕິວັດລາວ, ກະກຽມຈັດຕັ້ງພິທີໂຄສະນາ, ປາຖະກະຖາສະເຫລີມສະຫລອງ ແລະ ຖືເອົາຂະບວນການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງປາກລາຍ ຄັ້ງທີ IX ເປັນຂະບວນການສໍາຄັນ ໃຫ້ແກ່ວັນດັ່ງກ່າວ.

ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງສາກົນ ລວມເຖິງແມ່ຍິງລາວບັນດາເຜົ່າ ຈົ່ງສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ເຂົ້າຮ່ວມໃນຂະບວນການສະເຫລີມສະຫລອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ ໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ ແລະ ມີບັນຍາກາດເບີກບານມ່ວນຊື່ນ.

ຂ່າວ-ພາບ : ຖະແຫຼງຂ່າວເມືອງປາກລາຍ

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới