ວັນທີ 7 ມີນາ 2025 ທີ່ສວນສາທາລະນະຂອງແຂວງອັດຕະປື ໄດ້ຈັດພິທີສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 115 ປີ ຄື: ວັນທີ 8 ມີນາ 1910 ຫາ 8 ມີນາ 2025 ພາຍໃຕ້ຄໍາຂວັນ: ສິດທິຄວາມສະເໝີພາບ ແລະ ຄວາມເຂັ້ມແຂງ ເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ, ພິທີດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີຄະນະນໍາຂອງແຂວງ, ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ແມ່ຍິງຮາກຖານອ້ອມຂ້າງແຂວງ ພ້ອມດ້ວຍບັນດາເອື້ອຍນ້ອງແມ່ຍິງເຂົ້າຮ່ວມ.
ໃນພິທີສະເຫຼີມສະຫຼອງ ເລີ່ມຕົ້ນຈາກການຍ່າງ ເພື່ອສຸຂະພາບ ແຕ່ຫໍປະຊຸມໃຫຍ່ຂອງແຂວງ ໄປຮອດສວນສາທາລະນະຂອງແຂວງ ຢ່າງເປັນຂະບວນຟົດຟຶ້ນ, ໂອກາດດັ່ງກ່າວ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ໄດ້ກ່າວປາໄສ ຕໍ່ພິທີວ່າ: ວັນທີ 8 ມີນາ ແມ່ນເຫດການ-ການເມືອງ ທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະທວງໃຫ້ມີສິດສະເໝີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະເດັກນ້ອຍ, ຕ້ານສົງຄາມຮຸກຮານ ປົກປັກຮັກສາສັນຕິພາບຂອງໂລກ.
ທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ຍັງໄດ້ກ່າວຕື່ມວ່າ: ໃນໄລຍະຜ່ານມາ ແຂວງອັດຕະປື ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມແມ່ຍິງບັນດາເຜົ່າ ເຮັດໃຫ້ແມ່ຍິງສາມາດຄຽງ ບ່າຄຽງໄລ່ກັບເພດຊາຍ ໃນການປົກປັກສາ ແລະສ້າງສາພັດທະນາປະເທດຊາດ ປັດຈຸບັນນີ້ແມ່ຍິງຫຼາຍຄົນ ໄດ້ມີການພັດທະນາໃນທຸກໆດ້ານ ໄດ້ບັນຈຸຊັບຊ້ອນເຂົ້າໃນໜ້າທີ່ ແລະ ວຽກງານສໍາຄັນແຕ່ຂັ້ນແຂວງ ຮອດຮາກຖານບ້ານ, ສະແດງອອກໃນຂັ້ນແຂວງບັນລຸ 18%, ຂັ້ນເມືອງ 16%, ຂັ້ນບ້ານ 4% ແລະ ໃນຕໍ່ໜ້ານີ້ຄະນະພັກ ກໍ່ຄືອຳນາດການປົກຄອງແຂວງອັດຕະປື ຈະໄດ້ສືບຕໍ່ນໍາພາຈັດຕັ້ງປະຕິບັດຄໍາຂວັນຂໍ້ແຂ່ງຂັນ 3 ດີ, ສ້າງໃຫ້ໄດ້ບຸກຄົນ 3 ດີ, ຄອບຄົວ 3 ດີ, ບ້ານ 3 ດີ, ສ້າງກົມກອງ-ຄອບຄົວ-ບ້ານ ປະຕິບັດສິດສະເໝີພາບຍິງ-ຊາຍ, ຕ້ານສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍໃນຄອບຄົວ ແລະສັງຄົມ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້, ຄ້າຂາຍຢາເສບຕິດ, ຄ້າຂາຍເຖື່ອນ, ພົວພັນກັບກຸ່ມຄົນບໍ່ດີ, ຫຼິ້ນການພະນັນ, ຫຼິ້ນກິນຟູມເຟືອມ, ການປະພຶດຜິດຮີດຄອງປະເພນີ, ການນໍາໃຊ້ສື່ອອນລາຍທີ່ບໍ່ປອດໄພ, ການຕົກເປັນທາດຂອງສື່ອອນລາຍ ແລະອື່ນໆ.
ໂອກາດດັ່ງກ່າວ ຍັງໄດ້ຈັດກິດຈະກຳ ຍ່າງເພື່ອສຸຂະພາບ, ເຕັ້ນລີລາລິລາດ 4 ຈັງຫວະ, ສະແດງ ແລະ ຈຳໜ່າຍຜະລິດຕະພັນກະສິກຳຫັດຖະກຳ ແລະສິນຄ້າອື່ນໆ ເຊິ່ງເຮັດໃຫ້ບັນຍາກາດພາຍໃນງານມີຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ.
ຂ່າວ: ມະນີວອນ