Unitel News
Trang chủThời sựຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄູນຄຳ ຄັ້ງທີ III

ຜົນສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄູນຄຳ ຄັ້ງທີ III

-

ກອງປະຊຸມໃຫຍ່ຄັ້ງທີ III ຜູ້ແທນອົງຄະນະພັກເມືອງຄູນຄໍາ ແຂວງຄໍາມ່ວນ ອັດລົງໃນຕອນແລງຂອງວັນທີ 5 ມີນາ 2025 ຢູ່ທີ່ສະໂມສອນຂອງເມືອງ ພາຍຫລັງດໍາເນີນມາເປັນເວລາ 2 ວັນ.

ຕະຫຼອດໄລຍະດໍາເນີນກອງປະຊຸມເປັນເວລາ 02 ວັນ, ຜູ້ແທນທີ່ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງທັງ 2 ພາກເຊິ່ງໄດ້ຕີລາຄາຜົນສໍາເລັດ ທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດໄລຍະ 5 ປີຜ່ານມາ.

ກອງປະຊຸມໄດ້ດໍາເນີນການປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດທີ III ເພື່ອສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງຈຳນວນ 27 ສະຫາຍ, ຍິງ 05 ສະຫາຍ, ໃນນີ້ ເລືອກເອົາ 23 ສະຫາຍ, ຍິງ 04 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງຄູນຄຳ ສະໄໝທີ III ໄດ້ເລືອກຕັ້ງເອົາຄະນະປະຈຳພັກເມືອງ 7 ສະຫາຍ, ຍິງ 2 ສະຫາຍ, ໄດ້ເປັນເອກະ ສັນເລືອກເອົາ ສະຫາຍ ແກ້ວບຸນຂວັນ ໄຊຍະວົງສາ ເປັນເລຂາຄະນະບໍລິຫານງານພັກເມືອງ. ສະຫາຍ ສຸລິຍົງ ໂພຄໍາ ແລະ ສະຫາຍ ພັທ ພົມມະລາ ຄານລາຫວັນ ເປັນຮອງເລຂາພັກເມືອງ, ເລືອກເອົາສະຫາຍ ສຸລິຍົງ ໂພຄໍາ ເປັນປະທານຄະນະກວດກາພັກເມືອງ. ສະຫາຍ ແສງສຸລີ ມະນີວົງ ແລະ ສະຫາຍ ນາງ ປາດຖະໜາ ສຸດທິພົງ ເປັນຮອງປະທານຄະນະກວດກາພັກເມືອງ, ພ້ອມນັ້ນຍັງໄດ້ເລືອກເອົາຜູ້ແທນສົມ ບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄຳມ່ວນ 18 ສະຫາຍ, ຍິງ 04 ສະຫາຍ.

ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມເພື່ອຊີ້ທິດເຍືອງທາງຈາກ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງຄໍາມ່ວນ

ຕື່ມອີກ.

TIN TỨC LIÊN QUAN

BÌNH LUẬN

Vui lòng nhập bình luận của bạn
Vui lòng nhập tên của bạn ở đây

Tin tức mới