ວັນທີ 6 ມີນາ 2025 ພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາຕົວໄວໜຸ່ມທີ່ມົ້ວສຸມດື່ມນ້ຳກະທ້ອມຢູ່ພາຍ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຈໍານວນ 32 ຄົນ ຍິງ 5 ມາສຶກສາອົບຮົມ, ໂດຍການເຂົ້າຮ່ວມຂອງ ພັອ ວັນນະສັກ ທອງອຸໄລ ຮອງຫົວໜ້າກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ.
ພັອ ວັນນະສັກ ທອງອຸໄລ ໄດ້ຍົກໃຫ້ເຫັນເຖີງຜົນຮ້າຍ ໄພອັນຕະລາຍຂອງການດື່ມນໍ້າກະທ້ອມ ເຊິ່ງມັນຈະສົ່ງຜົນກະທົບໂດຍກົງຕໍ່ສຸຂະພາບ ທັງໄລຍະສັ້ນ ແລະ ໄລຍະຍາວ ເພາະນ້ຳກະທ້ອມ ຈະອອກລິດຕໍ່ລະບົບປະສາດ ໂດຍສະເພາະ ຜູ້ທີ່ດື່ມເປັນຈຳນວນຫຼາຍ ຈະເກີດມີອາການວິນຫົວ, ມຶນງົງ, ງ່ວງເຫງົາ, ງຸດງິດ, ນອນບໍ່ຫຼັບ. ນອກນີ້, ຍັງສົ່ງຜົນກະທົບຕໍ່ລະບົບລຳໄສ້ ເຮັດໃຫ້ປຸ້ນທ້ອງ, ປວດຮາກ, ປວດທ້ອງ ແລະ ຖ້າໃຊ້ຮວມກັບສິ່ງເສບຕິດອື່ນໆ ອາດເພີ່ມຄວາມສ່ຽງທີ່ຈະເກີດຜົນຂ້າງຄຽງທີ່ຮ້າຍແຮງຕໍ່ສຸຂະພາບ ແລະ ນ້ຳກະທ້ອມ ຍັງຜິດຕໍ່ລຽບກົດໝາຍ ເພາະກະທ້ອມຖືເປັນພືດທີ່ມີສານເສບຕິດ.
ທັງນີ້, ເພື່ອເຮັດໃຫ້ເຂົາເຈົ້າຮູ້ໄດ້ເຖິງຜົນຮ້າຍ, ໄພອັນຕະລາຍຂອງການດື່ມນ້ຳກະທ້ອມ ແລະ ໃຫ້ພວກເຂົາພ້ອມກັນຢຸດເຊົາ, ປ່ຽນແປງຕົນເອງ ບໍ່ໃຫ້ໄປຫຍຸ້ງກ່ຽວກັບມັນອີກ. ພ້ອມນັ້ນພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ເຮັດບົດບັນທຶກ ແລະ ສົ່ງໃຫ້ຜູ້ປົກຄອງເພື່ອນຳໄປສຶກສາອົບຮົມລູກຫຼານຂອງຕົນຕື່ມ.
ພາບ-ຂ່າວ: ຮອ ທະວີສັກ